• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

“ຄອບຄົວຄະນະທູຕານຸທູດມ່ວນຊື່ນຕ້ອນຮັບບຸນເຕັດປີມະເມຍ 2026” - ຂົວເຊື່ອມຕໍ່ວັດທະນະທຳ ຕິດພັນກັບຄະນະທູຕານຸທູດຢູ່ນະຄອນ ໂຮ່ຈີມິນ

“ຄອບຄົວຄະນະທູຕານຸທູດມ່ວນຊື່ນຕ້ອນຮັບບຸນເຕັດປີມະເມຍ 2026” - ຂົວເຊື່ອມຕໍ່ວັດທະນະທຳ ຕິດພັນກັບຄະນະທູຕານຸທູດຢູ່ນະຄອນ ໂຮ່ຈີມິນ
  (ຜູ້ແທນເຂົ້າຮ່ວມລາຍການ “ຄອບຄົວຄະນະທູຕານຸທູດມ່ວນຊື່ນຕ້ອນຮັບບຸນເຕັດປີມະເມຍ 2026”)  

ວັນທີ 07 ກຸມພາ, ຢູ່ນະຄອນ ໂຮ່ຈີມິນ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ໂຮ່ຈີມິນ (HUFO) ໄດ້ຈັດລາຍການ “ຄອບຄົວຄະນະທູຕານຸທູດມ່ວນຊື່ນຕ້ອນຮັບບຸນເຕັດປີມະເມຍ 2026” ໃຫ້ສຳລັບບັນດາຄອບຄົວຂອງບັນດາກົງສູນໃຫຍ່ບັນດາປະເທດ ປະຈຳນະຄອນ ໂຮ່ຈີມິນ. ລາຍການລວມມີຫຼາຍການເຄື່ອນໄຫວວັດທະນະທຳທີ່ເປັນມູນເຊື້ອຂອງ ຫວຽດນາມ, ຄື: ຢ້ຽມຊົມສວນດອກເໝີຍ, ຫໍພິພິຕະພັນຊຸດເສື້ອຍາວ, ຂຽນຕົວໜັງສື ຫວຽດ ເດີມ…

ທ່ານ Firdauz Othman, ກົງສູນໃຫຍ່ ມາເລເຊຍ ປະຈຳນະຄອນ ໂຮ່ຈີມິນ, ແບ່ງປັນວ່າ:

“ຂ້າພະເຈົ້າເຫັນວ່າ ຊາວ ຫວຽດນາມ ຮັກແພງແຂກຄົນ, ອົບອຸ່ນ ແລະ ເປັນມິດທີ່ສຸດ. ເມື່ອເຂົ້າເຈົ້າເຫັນຊາວຕ່າງປະເທດນຸ່ງຊຸດເສື້ອຍາວ, ເຂົ້າເຈົ້າກໍ່ມັກຫຼາຍ. ນີ້ແມ່ນປີທີ 3 ທີ່ຂ້າພະເຈົ້າຢູ່ ຫວຽດນາມ ດ້ວຍຖານະຕຳແໜ່ງເປັນກົງສູນໃຫຍ່, ຂ້າພະເຈົ້າຮູ້ສຶກວ່າ ຢູ່ທີ່ນີ້ໄດ້ກາຍເປັນບ້ານເກີດເມືອງນອນແຫ່ງທີ 2 ຂອງຕົນແລ້ວ”.

ພິເສດ, ລາຍການໄດ້ສະຫງວນຄວາມເອົາໃຈໃສ່ເປັນພິເສດໃຫ້ບັນດາເດັກເຍົາວະຊົນໃນຄອບຄົວຄະນະທູຕານຸທູດ - ບັນດາ “ນັກການທູດນ້ອຍ" ໃນອະນາຄົດ, ປະກອບສ່ວນແຜ່ກະຈາຍຄວາມປະທັບໃຈອັນດີງາມກ່ຽວກັບ ຫວຽດນາມ ແລະ ນະຄອນ ໂຮ່ຈີມິນ ໄປເຖິງເພື່ອນມິດສາກົນ.

(ແຫຼ່ງຄັດຈາກ VOV)

ສະພາສັນຕິພາບ ກາຊາ ຈະຈັດກອງປະຊຸມຄັ້ງທຳອິດ

ສະພາສັນຕິພາບ ກາຊາ ຈະຈັດກອງປະຊຸມຄັ້ງທຳອິດ

ມີກວ່າ 20 ປະເທດ, ໃນນັ້ນມີ ອິດສະຣາແອັນ, ໄດ້ຮັບຄຳເຊີນເຂົ້າຮ່ວມສະພາສັນຕິພາບ.

Top