• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ການ​ແຜ່​ລະ​ບາດ​ ​ຄັ້ງ​ທີ 2 ຂອງ​ໂລກ​ລະ​ບາດ Covid – 19 ໃນ​ວົງ​ກ້​ວາງ

ຕາມເວັບໄຊ worldometers.info, ໄລ່ຮອດຕອນເຊົ້າວັນທີ 16 ມິຖຸນາ, ໂລກໄດ້ຢັ້ງຢືນວ່າມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ກ່ວາ 8,1 ລ້ານຄົນ, ໃນນັ້ນມີກ່ວາ 438.500 ຄົນເສຍຊີວິດ. 

ພາບປະກອບ: TTXVN
 

ໃນຂະນະທີ່ອາເມລິກາ ແລະ ບາງປະເທດເອີລົບຮັບຮູ້ວ່າ ມີສັນຍານທີ່ຕັ້ງໜ້າຈຳນວນໜຶ່ງແຕ່ ຫຼາຍປະເທດ ເປັນຕົ້ນແມ່ນພາກພື້ນອາຊີຕາເວັນອອກສ່ຽງເໜືອ, ພັດຮູ້ສຶກວິຕົກກັງວົນກ່ຽວກັບການແຜ່ລະບາດ ຄັ້ງທີ 2 ໃນວົງກ້ວາງ ເມື່ອກວດພົບຜູ້ຕິດເຊື້ອໃໝ່ຕື່ມອີກ ພາຍຫຼັງ ຜ່ອນຄາຍການຈຳກັດ.

ໃນວັນທີ 15ມິຖຸນາ, ຈີນໄດ້ປິດລ້ອມ ຕື່ມອີກ 10 ເຂດຢູ່ນະຄອນຫຼວງ ປັກກິ່ງ ເພື່ອແນໃສ່ຄວບຄຸມການແຜ່ລະບາດຂອງໂລກລະບາດ Covid – 19, ພາຍຫຼັງກວດພົບສະຖານທີ່ແຜ່ລະບາດແຫ່ງໃໝ່ຢູ່ຕະຫຼາດສະບຽງອາຫານແຫ່ງທີສອງ ຢູ່ນະຄອນນີ້.

ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo  ໄດ້ກ່າວເຕືອນຄວາມສ່ຽງແຜ່ລະບາດໂລກລະບາດ ຄືນໃໝ່ຢູ່ປະເທດນີ້ ໃນສະພາບການຈຳນວນຜູ້ຕິດເຊື້ອໃໝ່ຢູ່ນະຄອນ ໂຕກຽວ ເພີ່ມຂຶ້ນຢ່າງກະໂດດຂັ້ນໃນຊຸມວັນທີ່ຜ່ານມາ.

ສ່ວນປະເທດ ສ.ເກົາຫຼີ, ຕາມການຄົ້ນຄ້ວາຂອງສາດສະດາຈານ Ki Moran, ທີ່ເຮັດວຽກຢູ່ສູນໂລກມະເຮັງແຫ່ງຊາດແລ້ວ ປະເທດນີ້ ຈະປະເຊີນໜ້າກັບການແຜ່ລາມຂອງໂລກລະບາດ Covid – 19 ຄັ້ງໃໝ່ ດ້ວຍຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 800 ຄົນ ຕໍ່ວັນ ໃນເດືອນຕໍ່ໄປຖ້າຫາກວ່າ ລັດຖະບານ ບໍ່ນຳໃຊ້ບັນດາມາດຕະການແຍກຫ່າງໃນທົ່ວສັງຄົມຢ່າງເຂັ້ມງວດ.

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top