• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄວາມ​ປອດ​ໄພ ແລະ ຄວາມ​ໝັ້ນ​ຄົງ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ Make in Viet Nam ແມ່ນປັດ​ໄຈ​ແກ່​ນ​ສານ​ໃນ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ລະ​ດັບ​ຊາດ

"ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ສົ່ງເສີມບັນດາວິສາຫະກິດ ທີ່ເຄື່ອນໄຫວໃນຂົງເຂດຄວາມປອດໄພ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ ຕ້ອງມີບັນດາວິທີສຳຜັດໃໝ່ ນັບທັງເຕັກໂນໂລຢີ, ຜະລິດຕະພັນ ແລະ marketing, ເພື່ອຍູ້ໄວການເຜີຍແຜ່ຄວາມຮູ້ກ່ຽວກັບຜະລິດຕະພັນ, ການບໍລິການຄວາມປອດໄພ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດໃຫ້ແກ່ທຸກຄົນ ແລະ ທຸກອົງການຈັດຕັ້ງ."


ທ່ານ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຫງວຽນແມ້ງຫຸ່ງ (ພາບ: VGP)

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ - ງານວາງສະແດງສາກົນ ວັນປອດໄພດ້ານຂໍ້ມູນຂ່າວສານ ຫວຽດນາມ ປີ 2020” ດ້ວຍຫົວຂໍ້ “ຄວາມປອດໄພ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ Make in Viet Nam - ປັດໄຈແກ່ນສານໃນການຫັນເປັນດີຈີຕອນລະດັບຊາດ, ຖືກດຳເນີນໃນຕອນເຊົ້າວັນທີ 2 ທັນວາ ຢູ່ຮ່າໂນ້ຍ, ທ່ານ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຫງວຽນແມ້ງຫຸ່ງ ເນັ້ນໜັກວ່າ:

        “ຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ ກໍຕ້ອງບັນລຸຢ່າງທົ່ວເຖິງ. ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ສົ່ງເສີມບັນດາວິສາຫະກິດ ທີ່ເຄື່ອນໄຫວໃນຂົງເຂດຄວາມປອດໄພ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ ຕ້ອງມີບັນດາວິທີສຳຜັດໃໝ່ ນັບທັງເຕັກໂນໂລຢີ, ຜະລິດຕະພັນ ແລະ marketing, ເພື່ອຍູ້ໄວການເຜີຍແຜ່ຄວາມຮູ້ກ່ຽວກັບຜະລິດຕະພັນ, ການບໍລິການຄວາມປອດໄພ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດໃຫ້ແກ່ທຸກຄົນ ແລະ ທຸກອົງການຈັດຕັ້ງ”.

        ໄລ່ຮອດຕົ້ນປີ 2021, ຫວຽດນາມ ອາດຈະແມ່ນໜຶ່ງໃນຈຳໜ້ອຍປະເທດໃນໂລກທີ່ສາມາດເປັນເຈົ້າຂອງ 100% ລະບົບສິ່ງແວດລ້ອມບັນດາຜະລິດຕະພັນທີ່ປອດໄພ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ.

(ແຫຼ່ງຄັດຈາກ VOV)
 

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top