• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄວາມ​ຄ້າຍ​ຄື​ກັນ​ກ່ຽວ​ກັບ​ວິ​ໄສ​ທັດ​ຍຸດ​ທະ​ສາດ​ລະ​ຫວ່າງ ຫວຽດ​ນາມ-ສິງ​ກະ​ໂປ

ຄວາມ​ຄ້າຍ​ຄື​ກັນ​ກ່ຽວ​ກັບ​ວິ​ໄສ​ທັດ​ຍຸດ​ທະ​ສາດ​ລະ​ຫວ່າງ ຫວຽດ​ນາມ-ສິງ​ກະ​ໂປ

ເນື່ອງ​ໃນ​ໂອ​ກາດ​ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ພ້ອມ​ດ້ວຍ​ພັນ​ລະ​ຍາ ໄດ້​ໄປ​ຢ້ຽມ​ຢາມ​ ສິງ​ກະ​ໂປ ທາງ​ລັດ​ຖະ​ກິດ​ແຕ່​ວັນ​ທີ 29-31 ພຶດ​ສະ​ພາ, ພ້ອມ​ທັງ​ທ່ານ ໂຕ​ເລິມ​ມີ​ບົດ​ກ່າວ​ປາ​ໄສ​ເປີດ​ຄຳ​ນຳ​ສະ​ເໜີສຳ​ຄັ​ນ​ ທີ່ກອງ​ປະ​ຊຸມ Shangri-La 2026, ທ່ານ Vivian Balakrishnan ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສິງ​ປະ​ໄປ ໄດ້​ຕອບ​ສຳ​ພາດ​ນັກ​ຂ່າ​ວ ກ່ຽວ​ກັບ​ບັນ​ດາ​ແງ່​ຫວັງ​ໃນ​ການ​ພົວ​ພັນ​ສອງ​ປະ​ເທດ​ໃນ​ສະ​ພາບ​ການ​ໂລກປະ​ຈຸ​ບັນ​ມີ​ຄວາມ​ສັບ​ສົນ ແລະ ຍາກ​ທີ່​ຈະ​ຄາດ​ຄະ​ເນ​ໄດ້​.

ທ່ານ​ລັດ​ຖະ​ມົນ​ຕີ Vivian Balakrishnan ເນັ້ນ​ໜັກ​ວ່າ​ບົດ​ກ່າວ​ຄຳ​ເຫັນ​ສຳ​ຄັນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ​ ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ສ່ອງ​ແສງ​ຄວາມ​ຄ້າຍ​ຄື​ກັນ​ກ່ຽວ​ກັບ​ວິ​ໄສ​ທັດ​ຍຸດ​ທະ​ສາດ​ລະ​ຫວ່າງ ຫວຽດ​ນາມ-ສິງ​ກະ​ໂປ. ​ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ​ ປະ​ທານ​ປະ​ເທດ ໂຕ​ເລິມ ຍັງ​ເຕື້ອງ​ເຖິງວິ​ກິດ​ການ​ພື້ນ​ຖານ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ໂລກ​ໃໝ່ ທີ່​ມີ​ຜົນ​ກະ​ທົບ​ຢ່າງ​ແຮງ​ຕໍ່​ບັນ​ດາ​ປະ​ເທດ​ນ້ອຍ ແລະ ກາງ​ຄື ຫວຽດ​ນາມ ແລະ ສິງ​ກະ​ໂປ.

ທ່ານ​ລັດ​ຖະ​ມົນ​ຕີ Vivian Balakrishnan ຢື​ນ​ຢັນ​ວ່າ ພາຍ​ໃຕ້​ການ​ຊີ້​ນຳ ແລະ ວິ​ໃສ​ທັດ​ຂອງ ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ​ ປະ​ທານ​ປະ​ເທດ ໂຕ​ເລິມ, ຫວຽດ​ນາມ ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິ​ດ​ທີ່​ມີ​ການ​ເຕີບ​ໂຕ​ໄວ​ກ່​ວາ​ໝູ່​ໃນ​ໂລກ​ໃນ​ຊຸມ​ປີ​ມໍ່ໆ​ມານີ້ ແລະ ພວມ​ໃນ​ທ່າ​ກາຍ​ເປັນ​ພື້ນ​ຖານ​ເສດ​ຖະ​ກິດ​ໃຫ່​ຍ​ອັນ​ດັບ​ທີ​ສອງ​ໃນ ອາ​ຊຽນ ໃນ​ປີ 2031.

(ແຫຼ່ງຄັດຈາກ VOV)

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່ມ​ຂຶ້ນ​ສູງ

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່ມ​ຂຶ້ນ​ສູງ

ອຳ​ນາດ​ການ​ປົກ​ຄອງ​ເວ​ເນ​ຊູ​ເອ​ລາ ໃຫ້​ຮູ້​ວ່າ ໄລ່​ຮອດ​ຕອນ​ຄ່ຳ​ວັນ​ທີ 26 ມິ​ຖຸ​ນາ ຕາມ​ເວ​ລາ​ທ້ອງ​ຖິ່ນ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໄດ້​ເພີ່ມ​ຂຶ້ນ 589 ຄົນ, ໃນ​ນັ້ນ​ມີ​ຜູ້ຖືກ​ບາດ​ເຈັບ 2980 ຄົນ.

Top