• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄວາມສະດຸ້ງໃຈຈາກງານວາງສະແດງ 50 ປີແຫ່ງວັນປະຕິບັດຄຳພິໄນກຳຂອງປະທານໂຮ່ຈິມີນ

      ໃນຊຸມວັນຜ່ານມາ, ຢູ່ ສະຖານທີ່ບາງແຫ່ງໃນໃຈກາງນະຄອນໂຮ່ຈິມີນຄື: ຖະໜົນຄົນຍ່າງ ຫງວຽນເຫ້ວ, ຖະໜົນດົ່ງເຂີຍ, ຫໍວັດທະນະທຳແຮງງານ, ຫໍວັດທະນະທຳຊາວໜຸ່ມ ເມືອງ 1, ຄະນະຈັດຕັ້ງການສະເຫຼີມສະຫຼອງ, ບັນດາວັນບຸນໃຫຍ່ຂອງນະຄອນໄດ້ຈັດຕັ້ງງານວາງສະແດງພາບຖ່າຍ 340 ແຜ່ນເຊິ່ງໄດ້ວາດພາບຫວນຄືນບັ້ນຮົບທີ່ພິລະອາດຫານຂອງ ກອງທັບ ແລະ ປະຊາຊົນ ໃນການຕໍ່ສູ້ຕ້ານພວກຈັກກະພັດ ອາເມລິກາ ເພື່ອກູ້ຊາດ, ພາລະກິດປ່ຽນແປງໃໝ່ຂອງອຳນາດການປົກຄອງ ແລະ ປະຊາຊົນໃນນະຄອນເຊິ່ງໄດ້ປະຕິບັດຕາມຄຳພິໄນກຳຂອງປະທານໂຮ່ຈິມີນໃນຕະຫຼອດ 50 ປີທີ່ຜ່ານມາ.

ພິທີຕັດແຖບຜ້າໄຂງານວາງສະແດງ50 ປີແຫ່ງວັນປະຕິບັດຄຳພິໄນກຳຂອງປະທານໂຮ່ຈິມີນ
      ມີຜູ້ຊົມເປັນຈຳນວນຫຼວງຫຼາຍໄດ້ເຂົ້າຊົມບັນດາພາບຖ່າຍເຊິ່ງໄດ້ວາງສະແດງຢູ່ງານວາງສະແດງດ້ວຍຫຼາຍຫົວຂໍ້ທີ່ແຕກຕ່າງກັນ,ເຊິ່ງວາດພາບຫວນຄືນບັ້ນຮົບຕໍ່ສູ້ທີ່ພິລະອາດຫານຂອງ ກອງທັບ ແລະ ປະຊາຊົນ ຫວຽດນາມໃນບັ້ນຮົບຕໍ່ສູ້ກູ້ຊາດຕ້ານອາເມລິກາ, ພາລະກິດປ່ຽນແປ່ງໃໝ່ຂອງ ອຳນາດການປົກຄອງ ແລະ ປະຊາຊົນນະຄອນ ເຊິ່ງໄດ້ປະຕິບັດຕາມຄຳພິໄນກຳຂອງປະທານ ໂຮ່ຈິມີນ ໃນຕະຫຼອດ 50 ປີທີ່ຜ່ານມາ. ສຳລັບຊາວນະຄອນໂຮ່ຈີມິນ ແລະ ນັບທັງບັນດາແຂກທ່ອງທ່ຽວແລ້ວ, ບັນດາພາບຖ່າຍທີ່ມີຄວາມດູດດຶ່ມ ແລະ ເຮັດໃຫ້ຜູ້ຊົມມີຄວາມສະເທືອນໃຈທີ່ສຸດແມ່ນພາບຖ່າຍປະທານໂຮ່ຈີມິນ,ໂດຍແມ່ນຄູຜູ້ຍິ່ງໃຫຍ່ຂອງການປະຕິວັດຫວຽດນາມ, ຕະຫຼອດຊີວິດ ໄດ້ອຸທິດສ່ວນເພື່ອປະຊາຊົນ, ເພື່ອປະເທດຊາດ, ພວມເຮັດວຽກ ແລະ ພາບຖ່າຍລາຍຂີດຂຽນໃນບົດພິໄນກຳຂອງເພິ່ນ. ພ້ອມກັນນັ້ນ, ບັນດາພາບຖ່າຍທົ່ວພັກ, ທົ່ວປວງຊົນຢູ່ ຮ່າໂນ້ຍ - ເຫ້ວ - ໄຊງ່ອນ ຂ່ຳນັບຊົມເຊີຍຕໍ່ເຫດການ ພາກໃຕ້ ຫວຽດນາມໄດ້ຮັບການປົດປ່ອຍ ຢ່າງສົມບູນກໍ່ມີຄວາມດຶງດູດໃຈ ແລະ ສ້າງຄວາມປະທັບໃຈຢ່າງແຮງ.

ງານວາງສະແດງດຶງດູດໄດ້ຜູ້ຊົມເປັນຈຳນວນຫຼວງຫຼາຍ
      ຂຸ້ນຄິດຕໍ່ບັນດາພາບຖ່າຍດັ່ງກ່າວ, ລຸງ ຫງວຽນວັນທ໊າຍ ອາຍຸ 64 ປີ, ໂດຍເປັນນັກຮົບເກົ່າຢູ່ຕາແສງ 10, ເມືອງ 10, ທັງເປັນນັກປະພັນ, ນັກກະວີ ຢູ່ນະຄອນ ໂຮ່ຈີມິນ, ມີຄວາມຕື້ນຕັນໃຈເມື່ອຫວນຄືນບັນດາໄລຍະເວລາໃນປະຫວັດສາດໃນປີ 1975. ໃນ ເດືອນ ກັນຍາ ປີ 1975, ທ່ານເປັນກຽດໄດ້ເຂົ້າເປັນສະມາຊິກກອງພົນ 316 ເຂົ້າຮ່ວມບັ້ນຮົບ ໄຕງວຽນ - ຊຶ່ງເປັນບັ້ນຮົບເປີດສາກການບຸກໂຈມຕີຂະໜາດໃຫຍ່ ແລະ ລຸກຮື້ຂຶ້ນ ໃນລະດູບານໃໝ່ 1975. ພາຍຫຼັງຕໍ່ສູ້ສຳເລັດບັ້ນຮົບ ໄຕງວຽນ, ກອງພົນໄດ້ຮັບຄຳສັ່ງໄປປົດປ່ອຍ ໄຊງ່ອນໂດຍໄວທີ່ສຸດ. ໃນເສັ້ນທາງອອກເຄື່ອນທັບໄດ້ຕໍ່ສູ້ດັບສູນສັດຕູຫຼາຍເຫຼົ່າທັບ, ເຕົ້າໂຮມບັນດາກອງທະຫານແນວໂຮມ ຊວນລົກ ແລະ ໄຕນິງ ເຂົ້າກັນເພື່ອປຸກເຂົ້າສູນກາງຂອງອຳນາດການປົກຄອງ ຫຸ່ນ ໄຊງ່ອນ. ມີເພື່ອນຮ່ວມກົມກອງຂອງ ເພິ່ນຫຼາຍຄົນ ຖືກເສຍສະຫຼະຊີວິດຢູ່ ປະຕູເຂົ້າອອກ ຊວນລົກ ແລະ ຂົວແຣັກຈຽກ, ເຂົາເຈົ້າບໍ່ໄດ້ເຫັນປະຈັກຕາວັນທ້ອນໂຮມປະເທດຊາດເປັນເອກະພາບ. ລຸງ ທ໊າຍໃຫ້ຮູ້ວ່າ ຫຼາຍວັນທີ່ຜ່ານມານີ້, ໃນບັນຍາກາດ ສະເຫຼີມສະຫຼອງ 50 ປີແຫ່ງວັນປະຕິບັດຄຳພິໄນກຳຂອງທ່ານປະທານໂຮຈີມິນໃນທົ່ວປະເທດ, ໃນຈິດໃຈຂອງເພິ່ນຮູ້ສຶກສະເທືອນໃຈທີ່ສຸດ ດ້ວຍຄວາມຮູ້ສຶກທີ່ບໍ່ອາດພັນລະນາໄດ້. ຍ້ອນແນວນັ້ນ, ເພິ່ນໄດ້ແຕ່ງບົດເພງທີ່ມີຊື່ວ່າ: “ນ້ຳໃຈທີ່ລົ້ນເຫຼືອ” ເພື່ອເຊີດຊູປະທານໂຮ່ຈີມິນ, ກ່ຽວກັບພິໄນກຳອັນສັກກະລະບູຊາ, ມໍລະດົກທີ່ລ້ຳຄ່າເຊິ່ງປະທານໂຮ່ຈິມີນສະຫງວນໃຫ້ປະເທດຊາດ, ປະຊາຊົນ ຫວຽດນາມ:
        ພວກຂ້າພະເຈົ້າມີຄວາມເອກອ້າງທະນົງໃຈທີ່ສຸດທີ່ໄດ້ເປັນຄົນລຸ້ນຈັບປືນຕໍ່ສູ້ກັບສັດຕູໂດຍກົງເພື່ອຍາດເອົາໄຊຊະນະໃຫ້ແກ່ບັ້ນຮົບສຸດທ້າຍເພື່ອປະຕິບັດຄວາມມຸ່ງມາດປາດຖະໜາຂອງລຸງໂຮ່ແມ່ນທ້ອນໂຮມປະເທດຊາດເປັນເອກະພາບ. ເມື່ອໄດ້ເຫັນບັນດາພາບຖ່າຍນີ້, ພວກຂ້າພະເຈົ້າຍິ່ງໄດ້ຫວນຄືນບັນດາຄຳສັ່ງສອນໃນບົດພິໄນກຳຂອງລຸງໂຮ່ທີ່ຢູ່ໃນໃຈຂອງຂ້າພະເຈົ້າ.
        ໂດຍເປັນໜຶ່ງໃນບັນດາຜູ້ເຂົ້າຊົມໃນງານວາງສະແດງ, ປ້າ ຫງວຽນທິງອກລານ, ອາຍຸ 62 ປີ, ຢູ່ນະຄອນຫ໋າຍຝ່ອງ ມີຄວາມປະທັບໃຈຕໍ່ບັນດາພາບຖ່າຍທີ່ສະແດງໃຫ້ເຫັນຄວາມມານະພາຍາຍາມຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນໃນການແກ້ໄຂຄວາມຫຍຸ້ງຍາກ, ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງ ແລະ ຮອບດ້ານໃນທຸກໆຂົງເຂດ, ສ້າງໂສມໜ້າໃໝ່ໃຫ້ແກ່ນະຄອນ ໂຮ່ຈີມິນ. ປ້າຫງວຽນທິງອກລານ ໃຫ້ຮູ້ວ່າ:
        ໃນໂອກາດມາຢ້ຽມຢາມລູກຫຼານນັ້ນ, ລູກຂອງຂ້າພະເຈົ້າກໍ່ເຮັດວຽກຢູ່ໃກ້ໆນີ້ດັ່ງນັ້ນຈຶ່ງພາຂ້າພະເຈົ້າມາຢ້ຽມຊົມຖະໜົນນີ້. ເຫັນໄດ້ທິວທັດທີ່ສວຍງາມ ແລະ ບັນດາພາບຖ່າຍໂຄສະນາກ່ຽວກັບການພັດທະນາຂອງນະຄອນ, ຄວາມຮັກແພງຂອງປະຊາຊົນທີ່ມີຕໍ່ກັບລຸງໂຮ່, ດັ່ງນັ້ນຂ້າພະເຈົ້າຮູ້ສຶກດີໃຈຫຼາຍ.
        ແລະຢູ່ຫໍວັດທະນະທຳຊາວໜຸ່ມ, ງານວາງສະແດງພາບຖ່າຍໄດ້ສຸມໃສ່ຫົວຂໍ້ ຊາວໜຸ່ມໂຮຈີມິນປະຕິບັດຕາມຄຳພິໄນກຳຂອງປະທານໂຮ່ຈີມິນດ້ວຍພາບຖ່າຍຫຼາຍແຜ່ນກ່ຽວກັບບັນດາໂຄງການ, ຂະບວນການທີ່ມີຄວາມໝາຍຂອງຊາວໜຸ່ມນະຄອນໃນຕະຫຼອດຊຸມປີທີ່ຜ່ານມາ, ປະກອບກຳລັງແຮງໜຸ່ມເຂົ້າໃນພາລະກິດການສ້າງສາ, ພັດທະນາ ແລະ ເຊື່ອມໂຍງຂອງນະຄອນເວົ້າສະເພາະ ແລະ ທົ່ວປະເທດເວົ້າລວມ
        ເພື່ອນ ຫງວຽນເຍິດລິງ, ນັກສຶກສາມະຫາວິທະນາໄລໄປສະນີໂທລະຄົມມະນາຄົມ ນະຄອນ ໂຮ່ຈີມິນເຂົ້າຢ້ຽມຊົມຢູ່ທີ່ນີ້ໃຫ້ຮູ້ວ່າ
        ເມື່ອຊົມບັນດາພາບຖ່າຍກ່ຽວກັບນັກສຶກສາອາສາສະໝັກຄືຈັງຊີ້, ຂ້າພະເຈົ້າຮູ້ສຶກວ່າພວກເພື່ອນມີກຳລັງໜຸ່ມ, ສຸດອົກສຸດໃຈ, ບໍ່ພຽງແຕ່ເອົາໃຈໃສ່ເຖິງຊີວິດສ່ວນຕົວຂອງຕົນເອງເທົ່ານັ້ນ, ຫາກຍັງດູແລ, ເບີ່ງແຍງໃຫ້ແກ່ປະຊາຄົມ, ບັນດາຜູ້ຄົນອ້ອມຂ້າງເຂົາເຈົ້າ, ພິເສດແມ່ນບັນດາຜູ້ທີ່ປະສົບກັບຄວາມຫຍຸ້ງຍາກກ່ວາຕົນເອງອີກດ້ວຍ. ກຳລັງແຮງຂອງເຂົາເຈົ້າອາດຈະບໍ່ພຽງພໍແຕ່ເຂົາເຈົ້າໄດ້ຮຽກຮ້ອງດ້ວຍຫຼາຍວິທີທີ່ແຕກຕ່າງກັນ.
ນັບແຕ່ມື້ນີ້ຈົນຮອດວັນທີ 15 ກັນຍາ, ຊາວນະຄອນໂຮ່ຈີມິນ ແລະ ແຂກທ່ອງທ່ຽວເມື່ອມາຢາມນະຄອນ, ແມ່ນສາມາດຢ້ຽມຊົມ, ຊອກຮູ້ກ່ຽວກັບງານວາງສະແດງພາບຖ່າຍ 50 ປີແຫ່ງວັນປະຕິບັດຄຳພິໄນກຳອັນສັກກະລະບູຊາຂອງປະທານ ໂຮ່ຈີມິນ”. ຊາວນະຄອນໂຮ່ຈີມິນ ເວົ້າສະເພາະ ແລະ ປະຊາຊົນທົ່ວປະເທດເວົ້າລວມຍາມໃດກໍ່ລະນຶກເຖິງເພິ່ນ, ກ່ຽວກັບຄຳສັ່ງສອນໃນຄຳພິໄນກຳຂອງເພິ່ນ ແລະ ໝັ້ນໝາຍຈະມານະພະຍາຍາມຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຂອງລຸງໂຮ່.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top