• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄວາມມານະພະຍາຍາມປ່ຽນໃຫມ່, ການປະດິດຄິດສ້າງ, ການເຄື່ອນໄຫວຢ່າງຂ້ຽວຂາດໃນປີ 2019

      ຄວາມມານະພະຍາຍາມປ່ຽນໃຫມ່, ການປະດິດຄິດສ້າງ, ການເຄື່ອນໄຫວຢ່າງຂ້ຽວຂາດ ສູ້ຊົນປະຕິບັດແຜນການປີ 2019 ຢ່າງມີໄຊ, ສ້າງພື້ນຖານໃຫ້ແກ່ການພັດທະນາຢ່າງວ່ອງໄວ ແລະ ຍືນຍົງ ນັ້ນແມ່ນຫົວຂໍ້ບົດຂຽນຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນື່ອງໃນໂອກາດຕົ້ນປີໃຫມ່ 2019.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ພາບ: vietnam+
      ໃນບົດຂຽນ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ທົບທວນຄືນ ແລະ ຕີລາຄາສູງບັນດາຜົນງານຊື່ງປະຊາຊົນ ຫວຽດນາມ ຍາດມາໄດ້ ໃນປີ 2018. ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ປີ 2019 ແມ່ນປີ ຫວຽດນາມ ຈະບັນລຸບາດກ້າວບຸກທະລຸໃນບັນດາຂົງເຂດ, ສູ້ຊົນປະຕິບັດໝາກຜົນສູງສຸດກ່ຽວກັບການພັດທະນາເສດຖະກິດສັງຄົມ. ລັດຖະບານ ຈະຕັດສິນໃຈຍູ້ແຮງການປະຕິຮູບດ້ານບໍລິຫານ, ສ້າງລັດຖະບານເອເລັກໂຕນິກ, ເພີ່ມທະວີການປ້ອງກັນຕ້ານການສໍ້ລາດບັງຫລວງ ການຟຸມເຟືອຍ. ມ້ວນທ້າຍບົດຂຽນ ທ່ານນາຍົກລັດຖະມົນຕີ ມີຄວາມເຊື່ອໝັ້ນວ່າ ດ້ວຍການເຂົ້າຮ່ວມຂອງທັງລະບົບການເມືອງ, ຄວາມມານະພະຍາຍາມ, ການປະດິດຄິດສ້າງຂອງປະຊາຄົມວິສາຫະກິດ, ປະຊາຊົນທຸກຊັ້ນວັນນະ, ຫວຽດນາມ ຈະມານະພະຍາຍາມສູ້ຊົນດ້ວຍຄວາມຕັດສິນໃຈຢ່າງສູງສຸດເພືື່ອປະຕິບັດບັນດາເປົ້າໝາຍ,ຫນ້າທີ່ຂອງປີ 2019 ທີ່ວາງອອກຢ່າງມີໄຊ.
 (ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top