• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂໍ້ລິເລີ່ມໃໝ່ເພີ່ມທະວີປະສິດທິຜົນຂອງວິສາຫະກິດ ແນໃສ່ແກ້ໄຂບັນດາບັນຫາສັງຄົມ ຍ້ອນໂລກລະບາດໂຄວິດ - 19 ກໍ່ຂຶ້ນ

      ກະຊວງແຜນການ ແລະ ການລົງທຶນ, ສະຖານທູດ ການາດາ ປະຈຳ ຫວຽດນາມ ແລະ ອົງການ ສປຊ ເພື່ອການພັດທະນາ (UNDP) ສົມທົບກັນປະກາດແຜນການ “ໜູນຊ່ວຍລະບົບຊີວະພາບບັນດາວິສາຫະກິດທີ່ສົ່ງຜົນກະທົບຕໍ່ສັງຄົມຢູ່ ຫວຽດນາມ ຮັບມືກັບໂລກລະບາດໂຄວິດ - 19” ດ້ວຍຍອດລາຍຈ່າຍ 3,1 ລ້ານ CAD (2,44 ລ້ານ USD).
ທ່ານນາງ Paul Deborah ເອກອັກຄະລັດຖະທູດ ການາດາ ປະຈຳ ຫວຽດນາມ (ພາບ: VOV5)
      ວັນທີ 22 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງແຜນການ ແລະ ການລົງທຶນ, ສະຖານທູດ ການາດາ ປະຈຳ ຫວຽດນາມ ແລະ ອົງການ ສປຊ ເພື່ອການພັດທະນາ (UNDP) ສົມທົບກັນປະກາດແຜນການ “ໜູນຊ່ວຍລະບົບຊີວະພາບບັນດາວິສາຫະກິດທີ່ສົ່ງຜົນກະທົບຕໍ່ສັງຄົມຢູ່ ຫວຽດນາມ ຮັບມືກັບໂລກລະບາດໂຄວິດ - 19” ດ້ວຍຍອດລາຍຈ່າຍ 3,1 ລ້ານ CAD (2,44 ລ້ານ USD). ກ່າວຄຳເຫັນທີ່ພິທີປະກາດ, ທ່ານນາງ Paul Deborah ເອກອັກຄະລັດຖະທູດ ການາດາ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ໂຄງການດັ່ງກ່າວຖືກຈັດຂຶ້ນດ້ວຍຄວາມປາດຖະໜາ ຍົກສູງປະສິດທິຜົນຂອງວິສາຫະກິດທີ່ສົ່ງຜົນກະທົບຕໍ່ສັງຄົມ, ພິເສດແມ່ນບັນດາວິສາຫະກິດໂດຍແມ່ຍິງເປັນຜູ້ນຳ, ເພື່ອແນໃສ່ແກ້ໄຂບັນດາບັນຫາສັງຄົມຍ້ອນໂລກລະບາດໂຄວິດ - 19 ກໍ່ຂຶ້ນ, ກໍຄືເພີ່ມທະວີສະພາບແວດລ້ອມນິຕິກຳ, ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດທີ່ສົ່ງຜົນກະທົບຕໍ່ສັງຄົມ ປະກອບສ່ວນເຂົ້າໃນສັງຄົມ ແລະ ສິ່ງແວດລ້ອມຢ່າງແຮງກວ່າໃຫ້ແກ່ວົງຄະນະຍາດ
        ຄາດວ່າ ໂຄງການຈະຊ່ວຍເຫຼືອວິສາຫະກິດທີ່ສົ່ງຜົນກະທົບຕໍ່ສັງຄົມ 300 ແຫ່ງ ກ່ຽວກັບຕົ້ນທຶນ ແລະ ຕະຫຼາດ, ຈາກນັ້ນສ້າງວຽກເຮັດງານທຳໃຫ້ແກ່ບັນດາຜູ້ທີ່ນອນໃນກຸ່ມຄົນມີຄວາມສ່ຽງສູງກວ່າເພິ່ນ 9.000 ຄົນ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top