• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂີດ​ໝາຍ​ຫວຽດ​ນາມ ທີ່​ງານ​ບຸນ “​ສີ​ສັນ​ອາ​ຊີ” ຢູ່​ເຊີ​ແນວ ປະ​ເທດ​ສະ​ວິດ

ການສະແດງຊຸດເສື້ອຍາວຂອງ ຫວຽດນາມ ແລະ ບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງຫວຽດນາມ ຄື: ແພໄໝ, ເຄື່ອງສິລະປະຫັດຖະກຳ, ເຄື່ອງທີ່ລະນຶກ…ໄດ້ດູດດື່ມຄວາມສົນໃຈຈາກແຂກມາຢ້ຽມຊົມ.
 (ພາບປະກອບ: vnembassy-praha.mofa.gov.vn)

ທີ່ງານບຸນ  “ສີສັນອາຊີ” ຈັດຂຶ້ນ ຢູ່ເຊີແນວ ປະເທດສະວິດ ເມື່ອວັນທີ 20 ຕຸລາ, ການສະແດງຊຸດເສື້ອຍາວຂອງ ຫວຽດນາມ ແລະ ບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງຫວຽດນາມ ຄື: ແພໄໝ, ເຄື່ອງສິລະປະຫັດຖະກຳ, ເຄື່ອງທີ່ລະນຶກ…ໄດ້ດູດດື່ມຄວາມສົນໃຈຈາກແຂກມາຢ້ຽມຊົມ.

ງານບຸນ  “ສີສັນອາຊີ” ແມ່ນເຫດການໂດຍສະມາຄົມພັນລະຍາເອກອັກຄະລັດຖະທູດ ປະຈຳເຊີແນວ ສົມທົບກັບຄະນະຜູ້ຕາງໜ້າບັນດາປະເທດອາຊີ ຈັດຂຶ້ນ. ວັດທະນະທຳທີ່ມີຫຼາຍຮູບຫຼາຍແບບຂອງພາກພື້ນອາຊີ ໄດ້ສະແດງອອກຢ່າງມີຊີວິດຊີວາ ແລະ ເຕັມໄປດ້ວຍສີສັນ ທີ່ງານບຸນດັ່ງກ່າວ ຜ່ານການສະແດງຊຸດອາພອນປະຈຳຊາດ, ການສະແດງດົນຕີ, ສິລະປະ, ງານວາງສະແດງຜະລິດຕະພັນເຄື່ອງຕ່ຳແຜ່ນຕັດຫຍິບ, ເຄື່ອງທີ່ລະນຶກ ແລະ ແນະນຳອາຫານເຍື່ອງຕ່າງໆຂອງບັນດາປະເທດ.

(ແຫຼ່ງຄັດຈາກ VOV)

ສື່ມວນຊົນ ໄທ ເນັ້ນໜັກເຖິງຄວາມໝາຍການຢ້ຽມຢາມ ຫວຽດນາມ ຂອງ ພະບາດສົມເດັດພຣະເຈົ້າມະຫາຊີວິດ ແຫ່ງລາຊະອານາຈັກໄທ

ສື່ມວນຊົນ ໄທ ເນັ້ນໜັກເຖິງຄວາມໝາຍການຢ້ຽມຢາມ ຫວຽດນາມ ຂອງ ພະບາດສົມເດັດພຣະເຈົ້າມະຫາຊີວິດ ແຫ່ງລາຊະອານາຈັກໄທ

ໜັງສືພິມ The Nation ໄດ້ສຸມໃສ່ຄວາມໝາຍຂອງການຢ້ຽມຢາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຄັ້ງການພົວພັນທາງການທູດ ລະຫວ່າງ ໄທ ແລະ ຫວຽດນາມ

Top