ຂ່າວສານ
ຂະແໜງສາທາລະນະສຸກ ຫວຽດນາມ ສຸມທຸກແຫຼ່ງກຳລັງເພື່ອຄວບຄຸມໂລກລະບາດ ແລະ ປິ່ນປົວໃຫ້ແກ່ຜູ້ຕິດເຊື້ອໂຄວິດ - 19

ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຊົມເຊີຍພະນັກງານ, ແພດໝໍ ແລະ ຂະແໜງສາທາລະນະສຸກທີ່ຍັງພວມນຳໜ້າດ້ວຍຄວາມມານະພະຍາຍາມ ແລະ ມີຄວາມຕັດສິນໃຈຢ່າງສູງໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ບັນລຸໄດ້ຜົນງານຕັ້ງໜ້າຫຼາຍຢ່າງໃນປີຜ່ານມາ. ທ່ານສະເໜີວ່າ:
“ທົ່ວຂະແໜງສາທາລະນະສຸກ ຈົ່ງສຸມທຸກແຫຼ່ງກຳລັງເພື່ອຄວບຄຸມການແຜ່ລະບາດຂອງໂລກລະບາດ ແລະ ປິ່ນປົວໃຫ້ແກ່ຜູ້ຕິດເຊື້ອ. ດັ່ງນັ້ນ, ຕ້ອງປະກອບທາງດ້ານວັດຖຸ, ອຸປະກອນ, ຊັບພະຍາກອນມະນຸດໃຫ້ຄົບຖ້ວນ, ທັນການ ເພື່ອຮັກສາຄວາມປອດໄພສູງສຸດໃຫ້ແກ່ຖັນແຖວພະນັກງານ, ແພດໝໍ. ຂ້າພະເຈົ້າ ຮຽກຮ້ອງໃຫ້ຂະແໜງສາທາລະນະສຸກ ແລະ ແພດໝໍໃນທົ່ວປະເທດ ຈົ່ງສືບຕໍ່ເສີມຂະຫຍາຍຄຸນທາດອັນດີງາມຂອງຂະແໜງ, ຍາມໃດກໍກຽມພ້ອມ, ຕັດສິນໃຈ, ມີຄວາມຮັບຜິດຊອບ ເພື່ອພ້ອມກັບທົ່ວພັກ, ທົ່ວປວງຊົນ ເອົາຊະນະໂລກລະບາດທີ່ພວມຄຸກຄາມຢ່າງຮ້າຍກາດໃນປັດຈຸບັນ”.
(ແຫຼ່ງຄັດຈາກ VOV)