• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂະແໜງທ່ອງທ່ຽວກະກຽມແຜນການທົດລອງນຳໃຊ້ ໜັງສືຜ່ານແດນວັກຊີນສຳລັບແຂກທ່ອງທ່ຽວສາກົນ

      ຫວ່າງແລ້ວນີ້ ກົມການເມືອງສູນການພັກໄດ້ມີຄຳເຫັນສະຫຼຸບ “ຄົ້ນຄວ້າໃຫ້ທົດລອງນຳໃຊ້ ໜັງສືຜ່ານແດນວັກຊີນ ສຳລັບແຂກທ່ອງທ່ຽວສາກົນເຊິ່ງມາທ່ອງທ່ຽວຢູ່ບາງສູນທ່ອງທ່ຽວທີ່ມີຄວາມສາມາດຄວບຄຸມໂລກລະບາດໄດ້ຄືຝູກວັກແຂວງກຽນຢາງ”
ຫວຽດນາມມີສະຖານທີ່ທ່ອງທ່ຽວທີ່ດູດດື່ມຫຼາຍແຫ່ງ
      ນີ້ແມ່ນໂອກາດເພື່ອໃຫ້ຕະຫຼາດທ່ອງທ່ຽວສາກົນ ໄດ້ຮັບການຟື້ນຟູເທື່ອລະກ້າວພາຍຫຼັງຖືກຢຸດຊົ່ວຄາວເປັນເວລາກວ່າໜຶ່ງປີຍ້ອນຜົນສະທ້ອນຈາກໂຄວິດ - 19.
      ເມື່ອແຂກເຂົ້າເມືອງຫວຽດນາມ, ແຂກທຸກໆຄົນຕ້ອງຮັບປະກັນຄວາມຮຽກຮ້ອງຕ້ອງການຄືມີເອກະສານສັກຢາໄດ້ຮັບການຢັ້ງຢືນຜ່ານລະບົບ “ຢັ້ງຢືນສັກວັກຊີນ” ໂດຍບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງ ຫວຽດນາມແນໃສ່ຮັບປະກັນການເຂົ້າເມືອງມີຄວາມປອດໄພ. ໃນໄລຍະພັກເຊົາ, ທ່ອງທ່ຽວຢູ່ ຫວຽດນາມ ແຂກທ່ອງທ່ຽວຄວນນຳໃຊ້ໂປຼແກມ“ທ່ອງທ່ຽວຫວຽດນາມປອດໄພ” ເພື່ອກວດເຂົ້າທ່ອງທ່ຽວຢູ່ຕາມສະຖານທີ່ທ່ອງທ່ຽວ, ຮາກຖານບໍລິການທ່ອງທ່ຽວ ບ່ອນທີ່ແຂກມາຢ້ຽມຢາມ.
(ແຫຼ່ງຄັດຈາກ VOV)

ສັນຍາ CEPA: ໄມ້ງັດຊຸກຍູ້ເສດຖະກິດ, ການຄ້າ ຫວຽດນາມ - UAE

ສັນຍາ CEPA: ໄມ້ງັດຊຸກຍູ້ເສດຖະກິດ, ການຄ້າ ຫວຽດນາມ - UAE

ໜຶ່ງໃນບັນດາຈຸດສຸມເຊິ່ງ 2 ຝ່າຍໄດ້ເປັນເອກະພາບຊຸກຍູ້ໃນໄລຍະຈະມາເຖິງແມ່ນ ສັນຍາການຄ້າເສລີ (FTA) ດ້ວຍຊື່ທີ່ວ່າ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ (CEPA) ລະຫວ່າງ ຫວຽດນາມ ແລະ UAE.

Top