• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂະບວນການແຂ່ງຂັນພິເສດ “ທົ່ວປະເທດສາມັກຄີກັນ, ຮ່ວມແຮງຮ່ວມໃຈກັນແຂ່ງຂັນປ້ອງກັນ, ຕ້ານ ແລະ ເອົາຊະນະຕໍ່ໂລກລະບາດໂຄວິດ - 19”

      ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຫາກໍເຊັນຂໍ້ຕົກລົງວ່າດ້ວຍການປະກາດແຜນການຜັນຂະຫຍາຍ ຂະບວນການແຂ່ງຂັນພິເສດ ດ້ວຍຫົວຂໍ້ “ທົ່ວປະເທດສາມັກຄີກັນ, ຮ່ວມແຮງຮ່ວມໃຈແຂ່ງຂັນປ້ອງກັນ, ຕ້ານ ແລະ ເອົາຊະນະຕໍ່ໂລກລະບາດໂຄວິດ - 19”.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ປຸກລະດົມຂະບວນການແຂ່ງຂັນພິເສດ “ທົ່ວປະເທດສາມັກຄີກັນ, ຮ່ວມແຮງຮ່ວມໃຈແຂ່ງຂັນປ້ອງກັນ, ຕ້ານ ແລະ ເອົາຊະນະຕໍ່ໂລກລະບາດໂຄວິດ - 19” (ພາບ:TTXVN)
      ດ້ວຍຈຸດປະສົງ ແນໃສ່ເສີມຂະຫຍາຍກຳລັງແຮງຂອງທັງລະບົບການເມືອງ, ສຸມທຸກແຫຼ່ງກຳລັງເຂົ້າໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ດ້ວຍທິດນຳທີ່ວ່າ “ການປ້ອງກັນແມ່ນພື້ນຖານ, ບັ້ນຕໍ່ສູ່ຍາວນານ, ຕ້ານແມ່ນສຳຄັນ ແລະ ປະຕິບັດເປັນປະຈຳ”, ປະຕິບັດ “ເປົ້າໝາຍຄວບຄູ່ຢ່າງມີໄຊ: ທັງປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ທັງຟື້ນຟູ ແລະ ພັດທະນາເສດຖະກິດສັງູທ, ຮັບປະກັນການຊ່ວຍໜູນສັງຄົມ ແລະ ການດຳລົງຊີວິດ, ສຸຂະພາບຂອງປະຊາຊົນ. ນອກຈາກນັ້ນ, ແຜນການດັ່ງກ່າວກໍເພື່ອແນໃສ່ຍົກສູງນ້ຳໃຈການແຂ່ງຂັນ, ສົ່ງເສີມການປະດິດຄິດສ້າງ, ເສີມຂະຫຍາຍຂໍ້ລິເລີ່ມປຸກລະດົມຂົນຂວາຍທຸກແຫຼ່ງກຳລັງ, ສະເໜີບັນດາວິທີການແກ້ໄຂ ແລະ ມາດຕະການໃນທຸກຂົງເຂດ ເພື່ອຍູ້ໂລກລະບາດໃຫ້ຖອຍໄປ ແລະ ຈຳກັດຜົນເສຍຫາຍກ່ຽວກັບຊີວິດອິນຊີ ແລະ ຊັບສິນ.
(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top