
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກ່າວຄໍາເຫັນທີ່ກອງປະຊຸມ (ພາບ: VGP)
ຕອນເຊົ້າວັນທີ 15 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມຕີລາຄາໝາກຜົນ 25 ປີ ແຫ່ງການປະຕິບັດນະໂຍບາຍປະກັນສັງຄົມ, ປະກັນສຸຂະພາບ. ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໃຫ້ຂໍ້ສັງເກດວ່າ, ຜ່ານໄລຍະ 25 ປີ ແຫ່ງການສ້າງຕັ້ງ ແລະ ພັດທະນາ, ຂະແໜງປະກັນສັງຄົມ ໄດ້ສວມບົດບາດເປັນເສົາຄໍ້າຕົ້ນຕໍຂອງລະບົບໜູນຊ່ວຍສັງຄົມ, ປະກອບສ່ວນສະແດງໃຫ້ເຫັນຄຸນນະທາດອັນດີງາມຂອງລະບອບ, ອັນໄດ້ປະກອບສ່ວນນໍາມາເຊິ່ງບັນດາຜົນງານທີ່ເປັນໜ້າຊື່ນຊົມ ແລະ ໄດ້ຮັບການຮັບຮອງຈາກປະຊາຄົມສາກົນ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຮຽກຮ້ອງໃຫ້ ຂະແໜງປະກັນສັງຄົມ ຫວຽດນາມ ຕ້ອງກໍານົດຍຸດທະສາດພັດທະນາ ເພື່ອກາຍເປັນອົງການທີ່ທັນສະໄໝ, ເຄື່ອນໄຫວຢ່າງມີປະສິດທິຜົນ ແລະ ເປີດກວ້າງໃຫ້ມີຄວາມໝັ້ນຄົງເທື່ອລະກ້າວ. ທ່ານກ່່າວວ່າ:
“ເປົ້າໝາຍລຸລ່ວງ ແມ່ນຕ້ອງມີລະບົບປະກັນສັງຄົມ ມຸ່ງໄປເຖິງທົ່ວປວງຊົນ ແລະ ສອດຄ່ອງກັບມາດຕະຖານສາກົນ, ສ້າງຕາໜ່າງທີ່ປອດໄພ. ເປົ້າໝາຍສຸດທ້າຍ ແມ່ນເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນ, ໜູນຊ່ວຍປະຊາຊົນ, ຕ້ອງຊາບຊຶມສິ່ງດັ່ງກ່າວ ເພື່ອໃຫ້ປະຊາຊົນທຸກຄົນລ້ວນແຕ່ໄດ້ຊົມໃຊ້ຜົນປະໂຫຍດ”.
ໄລ່ມາຮອດທ້າຍປີ 2019, ຈໍານວນຜູ້ເຂົ້າຮ່ວມປະກັນສຸຂະພາບ ບັນລຸເກືອບ 86 ລ້ານຄົນ, ກວມເອົາ 90% ພົນລະເມືອງ. ດ້ວຍອັດຕາສ່ວນດັ່ງກ່າວ, ຫວຽດນາມ ໄດ້ປະຕິບັດສໍາເລັດເປົ້າໝາຍ ທົ່ວປວງຊົນເຂົ້າຮ່ວມປະກັນສຸຂະພາບໂດຍພື້ນຖານ.
(ແຫຼ່ງຄັດຈາກ VOV)