• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກ່ຳ​ປັ່ນ​ທ່ອງ​ທ່ຽວ​ທະ​ເລ ພາ​ແຂ​ກ​ທ່ອງ​ທ່ຽ​ວ​ສາ​ກົນກວ່າ 2.000 ຄົນ ມາ​ທ່ຽວ ຮະ​ລອງ

ກ່ຳປັ່ນຫຼູຫຼາ Mein Schiff 5 ຂອງປະເທດ ມານຕາ ໄດ້ພາແຂກທ່ອງທ່ຽວເອີຣົບກວ່າ 2.000 ຄົນ, ເຊິ່ງສ່ວນຫຼາຍແມ່ນມາຈາກ ເຢຍລະມັນ ມາທ່ຽວຊົມນະຄອນ ຮະລອງ.
  ກ່ຳປັ່ນ Mein Schiff 5 ເຂົ້າທຽບທ່າກ່ຳປັ່ນ ຮະລອງ (ພາບ: TTXVN)   

ວັນທີ 26 ມີນາ, ຢູ່ທ່າກ່ຳປັ່ນຜູ້ໂດຍສານສາກົນ ຮະລອງ (ແຂວງ ກວ໋າງນິງ), ກ່ຳປັ່ນຫຼູຫຼາ Mein Schiff 5 ຂອງປະເທດ ມານຕາ ໄດ້ພາແຂກທ່ອງທ່ຽວເອີຣົບກວ່າ 2.000 ຄົນ, ເຊິ່ງສ່ວນຫຼາຍແມ່ນມາຈາກ ເຢຍລະມັນ ມາທ່ຽວຊົມນະຄອນ ຮະລອງ.

ຕາມແຜນການແລ້ວ, ກ່ຳປັ່ນລຳດັ່ງກ່າວຈະພາແຂກທ່ອງທ່ຽວມາຄົ້ນຫາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຄື: ອ່າວຮະລອງ, ຫໍພິພິທະພັນ ກວ໋າງນິງ, ຄົ້ນຫາວັດທະນະທຳ, ອາຫານການກິນ ແລະ ອື່ນໆ.

ນັບແຕ່ຕົ້ນເດືອນມານີ້, ນີ້ເປັນຄັ້ງທີ 3 ທີ່ກ່ຳປັ່ນ Mein Schiff 5 ພາແຂກທ່ອງທ່ຽວເອີຣົບ ມາທ່ຽວ ແລະ ຄົ້ນຫາຢູ່ ຮະລອງ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ໂຕ​ເລິມ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່,ປະ​ທານ​ປະ​ເທດ ສ​ປ.ຈີນ ສີຈິ້ນ​ຜິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ໂຕ​ເລິມ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່,ປະ​ທານ​ປະ​ເທດ ສ​ປ.ຈີນ ສີຈິ້ນ​ຜິງ

ພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ພ້ອມກັບພັກ ແລະ ລັດ ຈີນ ຮັດແໜ້ນການພົວພັນສອງປະເທດບ້ານໃກ້ເຮືອນຄຽງໃຫ້ຫຼາຍກ່ວາອີກພາຍໃຕ້ການຊີ້ນຳນຳພາຂອງພັກ, ການຮ່ວມເດີນທາງ, ຊ່ວຍເຫຼືອເຊິ່ງກັນແລະກັນບົນເສັ້ນທາງຫັນບັນດາຄາດຫວັງ, ວິໄສທັດພັດທະນາ ເຊິ່ງສອງພັກ, ສອງລັດກຳນົດໃຫ້ປະກົດຜົນເປັນຈິງ.

Top