• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຽນ​ຢາງ ​ເປັນ​ເຈົ້າ​ການ​ໃນ​ບ​ັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ເຂ​ດ​ຊາຍ​ແດນ

ທ່ານ ຫງວຽນລຶວຈຸງ ຮອງປະທານຄະນະກຳມະການປະຊາຊົນແຂວງກຽນຢາງ ໃຫ້ຮູ້ວ່າ, ປັດຈຸບັນ ຄວາມຫຍຸ້ງຍາກທີ່ສຸດໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນບໍລິເວນແຂວງແມ່ນສະພາບການເຂົ້າເມື່ອງຝ່າຍເຂດຊາຍແດນ ສືບຕໍ່ເພີ່ມຂຶ້ນ ແລະ ມີການຜັນແປຢ່າງສັບສົນ.
ທ່ານ ຫງວຽໜແທັງລອງ ລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN)

ຕອນບ່າຍວັນທີ 18 ເມສາ, ຢູ່ກຽນຢາງ, ຄະນະປະຕິບັດງານໂດຍທ່ານ ຫງວຽນແທັງລອງ ລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ, ຮອງຫົວໜ້າຄະນະປະຈຳຄະນະຊີ້ນຳກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ແຫ່ງຊາດເປັນຫົວໜ້າຄະນະ, ໄດ້ມີການເຮັດວຽກກັບການນຳແຂວງກຽນຢາງ, ຜູ້ຕາງໜ້າບັນດາພະແນກ, ຂະແໜງ, ຄະນະ, ທ້ອງຖິ່ນຂອງແຂວງກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນບໍລິເວນແຂວງ. ທ່ານ ຫງວຽນລຶວຈຸງ ຮອງປະທານຄະນະກຳມະການປະຊາຊົນແຂວງກຽນຢາງ ໃຫ້ຮູ້ວ່າ, ປັດຈຸບັນ ຄວາມຫຍຸ້ງຍາກທີ່ສຸດໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນບໍລິເວນແຂວງແມ່ນສະພາບການເຂົ້າເມື່ອງຝ່າຍເຂດຊາຍແດນ ສືບຕໍ່ເພີ່ມຂຶ້ນ ແລະ ມີການຜັນແປຢ່າງສັບສົນ. ທ່ານ ຫງວຽນແທັງລອງ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະເໜີໃຫ້ແຂວງກຽນຢາງຕ້ອງເປັນເຈົ້າການໃນການຍົກອອກສະພາບການເຕືອນໄພຢູ່ໃນລະດັບສູງກ່ວາ ແລະ ກະກຽມໃຫ້ແກ່ທຸກກໍລະນີຮ້າຍແຮງທີ່ສຸດທີ່ອາດຈະເກີດຂຶ້ນຄື: ບັນຫາຕິດເຊື້ອໃນຊຸມຊົນ, ຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນສູງ… ພ້ອມກັນນັ້ນ, ທາງແຂວງກໍ່ພິຈາລະນາການສະກັດກັ້ນ, ຄວບຄຸມເຂດຊາຍແດນທາງບົກ ແລະ ທາງທະເລ ແມ່ນວິທີການຕັດສິນຊີ້ຂາດໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ເພີ່ມທະວີການຂົນຂວາຍ, ໂຄສະນາເພື່ອໃຫ້ປະຊາຊົນແຕ່ລະຄົນກາຍເປັນຜູ້ຮ່ວມງານໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.
(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ປະ​ກາດ​ການ​ວາງແຜນ​​ຜັງ ແລະ ສົ່ງ​ເສີມ​ການ​ລົງ​ທຶນ​ຢູ່​ແຂວງ ກ່າ​ເມົາ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ປະ​ກາດ​ການ​ວາງແຜນ​​ຜັງ ແລະ ສົ່ງ​ເສີມ​ການ​ລົງ​ທຶນ​ຢູ່​ແຂວງ ກ່າ​ເມົາ

ຮອດປີ 2030, ກາເມົາ ຈະກາຍເປັນແຂວງພັດທະນາດີພໍສົມຄວນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ມີລະບົບພື້ນຖານໂຄງລ່າງຢ່າງຄົບຊຸດ, ທັນສະໄໝເທື່ອລະກ້າວ.

Top