• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກົມ​ໃຫຍ່​ການ​ເມືອງ ກອງທັບ​ປະຊາຊົນ​ຫວຽດນາມ ສະ​ເຫຼີມສະຫຼອງວັນ​ມູນ​ເຊື້​​ອຄົບຮອບ 75 ປີ

ຕອນເຊົ້າ 16 ທັນວາ, ຢູ່ຮ່າໂນ້ຍ, ກົມໃຫຍ່ການເມືອງ, ກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນມູນເຊື້ອຄົບຮອບ 75 ປີ ແລະ ມອບ-ຮັບຫຼຽນໄຊປົກປັກສາປະເທດຊາດ ຊັ້ນ 1. ທ່ານ ຫງວຽນຝຸຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ, ເລຂາຄະນະພັກການທະຫານສູນກາງ ໄດ້ສົ່ງກະເຊົ້າດອກໄມ້ມາອວຍພອນ.

ທ່ານ ເຈິ່ນກວ໊ກເວື້ອງ, ຜູ້ປະຈໍາການຄະນະເລຂາສູນກາງພັກກອມມູນິດຫວຽດນາມ ປະດັບຫຼຽນໄຊປົກປັກຮັກສາປະເທດຊາດຊັ້ນ 1 ໃສ່ທຸງມູນເຊື້ອຂອງກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ (ພາບ: TTXVN)

ພາຍໃຕ້ຊີ້ນໍານໍາພາຂອງພັກ ແລະ ປະທານໂຮ່ຈີມິນໃນຕະຫຼອດໄລຍະ 75 ປີຜ່ານມາ, ກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ຍາມໃດກໍໃກ້ຊິດຕິດແທດກັບແນວທາງການປະຕິວັດ, ໜ້າທີ່ກໍ່ສ້າງກອງທັບ, ຕັ້ງໜ້າ, ເປັນເຈົ້າການໃນການເປັນເສນາທິການໃຫ້ແກ່ພັກ, ລັດ ກ່ຽວກັບບັນດາແຜນນະໂຍບາຍ, ມາດຕະການກໍ່ສ້າງກອງທັບໃຫ້ໝັ້ນຄົງເຂັ້ມແຂງດ້ານການເມືອງ, ຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ປະຊາຊົນ. ກ່າວຄໍາເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ເຈິ່ນກວ໊ກເວື້ອງ, ຜູ້ປະຈໍາການຄະນະເລຂາສູນກາງພັກກອມມູນິດຫວຽດນາມ ເນັ້ນໜັກວ່າ:

        “ຄວນເອົາໃຈໃສ່ຍົກສູງຄຸນນະພາບການຊີ້ນໍານໍາພາ, ສືບຕໍ່ປ່ຽນແປງໃໝ່ຮູບແບບເນື້ອໃນວຽກງານການສຶກສາດ້ານການເມືອງແນວຄິດໃຫ້ແກ່ທະຫານ. ເຮັດໃຫ້ທະຫານເຫັນໄດ້ຢ່າງຈະແຈ້ງເປົ້າໝາຍຄູ່ຮ່ວມມື, ກົນອຸບາຍ, ເລ່ລ່ຽມມ້າງເພທໍາລາຍຂອງບັນດາກໍາລັງເປັນປໍລະປັກ, ຍູ້ແຮງການຕໍ່ສູ້ປ້ອງກັນ, ຕ້ານບັນດາຖ້ອຍທໍານອງທີ່ຜິດເຂວ, ເປັນປໍລະປັກ, ປ້ອງກັນ, ຕ້ານສະພາບການຜັນແປໂດຍຕົນເອງ, ຜັນປ່ຽນໂດຍຕົນເອງຢູ່ພາຍໃນກອງທັບ. ສືບຕໍ່ແມ່ນກໍາລັງແບບຢ່າງນໍາໜ້າໃນການຕໍ່ສູ້ຕ້ານການປ້ອງກັນ, ຕ້ານຖ້ອຍທໍານອງ, ແນວຄິດທີ່ຜິດເຂວ ປົກປັກຮັກສາພື້ນຖານແນວຄິດຂອງພັກ, ເອົາໃຈໃສ່ເປັນພິເສດເຖິງການຮັກສາຄວາມໝັ້ນຄົງຂອງແນວຮົບທາງດ້ານແນວຄິດຂອງພັກໃນກອງທັບ”.

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top