• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກົດໝາຍວ່າດ້ວຍຂໍ້ຕົກລົງສາກົນ: ຮັບໃຊ້ໃຫ້ແກ່ຄວາມຕ້ອງການເຊື່ອມໂຍງຢ່າງໄດ້ການໄດ້ງານກ່ວາ

ໃນຕອນເຊົ້າວັນທີ 22 ພຶດສະພາ, ທ່ານຮອງນາຍົກລັດຖະມົນ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍຂໍ້ຕົກລົງສາກົນ ທີ່ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຊຸດທີ 14. 

ທ່ານຮອງນາຍົກລັດຖະມົນ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີງມິງ

ເລື່ອງປະກາດໃຊ້ກົດໝາຍວ່າດ້ວຍຂໍ້ຕົກລົງສາກົນແມ່ນມີຄວາມຈຳເປັນ, ເພື່ອແນໃສ່ສ້າງພື້ນຖານໃຫ້ແກ່ການຫັນແນວທາງແຜນນະໂຍບາຍຂອງພັກກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນເປັນລະບອບລະບຽບການ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີງມິງ ໃຫ້ຮູ້ວ່າ:

        “ເນື້ອໃນຂອງກົດໝາຍສະບັບດັ່ງກ່າວແມ່ນມີຄວາມເໝາະສົມກັບລັດຖະທຳມະນູນປີ 2013, ຮັບປະກັນລັກສະນະເອກະພາບ, ຄົບຊຸດຂອງລະບົບກົດໝາຍ, ຫັນແຜນນະໂຍບາຍຂອງພັກກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນເປັນລະບອບລະບຽບການ; ສ້າງພື້ນຖານໃຫ້ແກ່ການຍູ້ແຮງການເຊື່ອມໂຍງ, ການຮ່ວມມືສາກົນ, ເພີ່ມທະວີ ແລະ ສ້າງການພົວພັນຕ່າງປະເທດໃຫ້ເລິກເຊິ່ງກ່ວາອີກ ຢູ່ທຸກໆຊ່ອງທາງ ເຊັ່ນວ່າສະພາແຫ່ງຊາດ, ລັດ, ປະຊາຊົນລະຫວ່າງ ຫວຽດນາມ ແລະ ບັນດາປະເທດ, ອົງການຈັດຕັ້ງສາກົນ, ຕອບສະໜອງຄວາມຮຽກຮ້ອງການປົກປ້ອງຜົນປະໂຫຍດຂອງປະເທດຊາດ, ຮັກສາສະພາບແວດລ້ອມແຫ່ງການສັນຕິພາບ, ສະຖຽນລະພາບ.

       ກ່ອນໜ້ານັ້ນ, ທີ່ກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຊຸດທີ 13 (ປີ 2013), ສະພາແຫ່ງຊາດ ຫວຽດນາມ ກໍ່ໄດ້ຮັບຮອງເອົາກົດໝາຍວ່າດ້ວຍສົນທິສັນຍາສາກົນປີ 2016 ແລ້ວ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top