• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກົດໝາຍວ່າດ້ວຍການເຂົ້າ-ອອກເມືອງຂອງ ພົນລະເມືອງຫວຽດນາມ: ຍົກສູງຄຸນຄ່າດ້ານນິຕິທໍາສໍາລັບການເຄື່ອນໄຫວຄຸ້ມຄອງລັດ ກ່ຽວກັບການເຂົ້າ-ອອກເມືອງ

      ບັນດາສະມາຊິກສະພາແຫ່ງຊາດກໍໄດ້ປຶກສາຫາລື ແລະ ສະແດງຄວາມສົນໃຈເປັນພິເສດຕໍ່ເຫດມີຄົນເສຍຊີວິດ39 ຄົນ ໃນ ຕູ້ container ຢູ່ເຂດອຸດສາຫະກໍາ Waterglade ສັງກັດ ລັດ Essex, ທາງທິດຕາເວັນອອກສ່ຽງເໜືອ ລອນດອນ ພ້ອມທັງສະເໜີບັນດາອົງການທີ່ມີໜ້າທີ່ ຕ້ອງເພີ່ມທະວີການຄຸ້ມຄອງພົນລະເມືອງອອກເມືອງຢ່າງເຂັ້ມງວດ ເພື່ອສະກັດກັ້ນກໍລະນີພົນລະເມືອງອອກເມືອງຢ່າງຜິດກົດໝາຍ.

(ພາບປະກອບ: quochoi.vn)
      ຕອນບ່າຍວັນທີ 28 ຕຸລາ, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການເຂົ້າ-ອອກເມືອງ ຂອງພົນລະເມືອງຫວຽດນາມ. ຮ່າງກົດໝາຍສະບັບດັ່ງກ່າວ ໄດ້ປະກອບຄໍາເຫັນໃນກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຫວຽດນາມ ຊຸດທີ 14. ຮ່າງກົດໝາຍທີ່ຍື່ນສະເໜີຕໍ່ສະພາແຫ່ງຊາດຮັບຮອງເອົາໃນຄັ້ງນີ້ ລວມມີ 8 ພາກ, 52 ມາດຕາ, ກໍານົດກ່ຽວກັບການເຂົ້າ-ອອກເມືອງ ຂອງພົນລະເມືອງຫວຽດນາມ; ໜ້າທີ່ຄວາມຮັບຜິດຊອບຂອງອົງການຄຸ້ມຄອງລັດກ່ຽວກັບການນໍາເຂົ້າ-ສົ່ງອອກ ແລະ ອົງການ, ສ່ວນບຸກຄົນທີ່ກ່ຽວຂ້ອງ. ບັນດາຜູ້ແທນໄດ້ເຫັນດີເປັນເອກະພາບຕໍ່ຄວາມຈໍາເປັນຕ້ອງປະກາດໃຊ້ກົດໝາຍ ເພື່ອຮັບປະກັນການຫັນບັນດາເນື້ອໃນຂອງ ລັດຖະທໍາມະນູນທີ່ກ່ຽວຂ້ອງເຖິງສິດສັນຈອນໄປມາຂອງພົນລະເມືອງ ເປັນລະອຽດ; ຍົກສູງຄຸນຄ່າທາງນິຕິທໍາສໍາລັບການເຄື່ອນໄຫວຄຸ້ມຄອງລັດ ກ່ຽວກັບການນໍາເຂົ້າ-ສົ່ງອອກ; ເໝາະສົມກັບສົນທິສັນຍາສະບັບຕ່າງໆຂອງສາກົນ ເຊິ່ງຫວຽດນາມ ເປັນສະມາຊິກ ຫຼື ເຂົ້າຮ່ວມ.
        ກ່ອນໜ້ານັ້ນ, ຕອນເຊົ້າໃນວັນດຽວກັນ, ຢູ່ນອກກອງປະຊຸມ, ບັນດາສະມາຊິກສະພາແຫ່ງຊາດກໍໄດ້ປຶກສາຫາລື ແລະ ສະແດງຄວາມສົນໃຈເປັນພິເສດຕໍ່ເຫດມີຄົນເສຍຊີວິດ39 ຄົນ ໃນ ຕູ້ container ຢູ່ເຂດອຸດສາຫະກໍາ Waterglade ສັງກັດ ລັດ Essex, ທາງທິດຕາເວັນອອກສ່ຽງເໜືອ ລອນດອນ ພ້ອມທັງສະເໜີບັນດາອົງການທີ່ມີໜ້າທີ່ ຕ້ອງເພີ່ມທະວີການຄຸ້ມຄອງພົນລະເມືອງອອກເມືອງຢ່າງເຂັ້ມງວດ ເພື່ອສະກັດກັ້ນກໍລະນີພົນລະເມືອງອອກເມືອງຢ່າງຜິດກົດໝາຍ.
 (ແຫຼ່ງຄັດຈາກ VOV)

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top