• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກົດໝາຍວ່າດ້ວຍການພັດທະນາຕົວເມືອງ: ເປີດກວ້າງຂົງເຂດພັດທະນາໃຫ້ແກ່ບັນດາຕົວເມືອງ

ຕີລາຄາວິທີສຳພັດຂອງຮ່າງກົດໝາຍ, ບັນດາສະມາຊິກສະພາແຫ່ງຊາດຖືວ່າ ເລື່ອງເພີ່ມທະວີການຈັດແບ່ງສິດ, ມອບສິດເປັນເຈົ້າໃຫ້ແກ່ອຳນາດການປົກຄອງຕົວເມືອງແມ່ນທິດກ້າວເດີນທີ່ເໝາະສົມກັບສະພາບຕົວຈິງ.
  ທີ່​ວາ​ລະປຶກສາຫາລືຢູ່ຫໍປະຊຸມ (ພາບ: VNA)  

ຕອນ​ເຊົ້າ​ວັນ​ທີ 11 ສິງ​ຫາ, ເມື່ອ​ປຶ​ກ​ສາ​ຫາ​ລື​ຢູ່​ຫໍ​ປະ​ຊຸມ​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ພັດ​ທະ​ນາ​ຕົວ​ເມືອງ​ໃນ​ຂອບ​ເຂດ​ກອງ​ປະ​ຊຸມ​ວິ​ສາ​ມັ​ນ​ຄັ້ງ​ປ​ະ​ຖົມ​ມະ​ເລິກ, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 16, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ໄດ້​ສຸມ​ໃສ່​ປະ​ກອບ​ຄຳ​ເຫັນ​ໃສ່​ເນື້ອ​ໃນ​ຈຳ​ນວນ​ໜຶ່ງ, ຄື: ປ່ຽນ​ແປງ​ໃໝ່​ກາ​ນ​ຄຸ້ມ​ຄອງ​ຕົວ​ເມືອງ, ເພີ່​ມ​ທະ​ວີ​ກາ​ນ​ຈັດ​ແບ່​ງ​ຂັ້ນ, ຈັດ​ແບ່ງ​ສິດ, ສ້າງ​ເຂດ​ພັດ​ທະ​ນາ ແລະ ລະ​ດົມ​ບັນ​ດ​າ​ແຫຼ່ງ​ກຳ​ລັງ​ໃຫ້​ແກ່​ການ​ເຕີບ​ໂຕ...

ຕີ​ລາ​ຄາ​ວິ​ທີ​ສຳ​ພັດ​ຂອງ​ຮ່າງ​ກົດ​ໝາຍ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່​ງ​ຊາດ​ຖື​ວ່າ ເລື່ອງ​ເພີ່ມ​ທະ​ວີ​ການ​ຈັດ​ແບ່ງ​ສິດ, ມອບ​ສິດ​ເປັນ​ເຈົ້າ​ໃຫ້​ແກ່​ອຳ​ນາດ​ການ​ປົກ​ຄອງ​ຕົວ​ເມືອງ​ແມ່ນ​ທິດ​ກ້າວ​ເດີນ​ທີ່​ເໝາະ​ສົມ​ກັບ​ສະ​ພາບ​ຕົວ​ຈິງ. ມີ​ຫຼາຍ​ຄຳ​ເຫັນ​ກໍ່​ຖື​ວ່າ ການ​ຍູ້​ແຮງ​ການ​ຈັດ​ແບ່ງ​ຂັ້ນ, ຈັດ​ແບ່ງ​ສິດ​ຕ​້ອງ​ໄປ​ພ້ອມ​ກັບ​​ການ​ກຳ​ນົດ​ສິດ, ຄວາມ​ຮັບ​ຜິດ​ຊອບ ແລະ ແຫຼ່ງ​ກຳ​ລັງ​ຢ່າງ​ຈະ​ແຈ້ງ, ຜ່ານນັ້ນ​ເພີ່ມ​ລັກ​ສະ​ນະ​ເປັນ​ເຈົ້າ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ແລະ ແກ້​ໄຂ​ບັນ​ດາ​ບັນ​ຫາ​ເກີດ​ຂຶ້ນ​ຈາກ​ສະ​ພາບ​ການ​ຕົວ​ຈິງ.

ມີ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຈຳ​ນວນ​ໜຶ່ງ​ສະ​ເໜີ​ສືບ​ຕໍ່​ສ້າງ​ກົນ​ໄກ​ພິ​ເສດ​ສະ​ເພາະ​ໃຫ້​ແກ່​ເຂດ​ຕົວ​ເມືອງ ແລ​ະ ບັນ​ດາ​ຮູບ​ແບບ​ການ​ພັດ​ທະ​ນາ​ໃໝ່, ຜ່ານນັ້ນ ເປີດກວ້າງ​ເຂດ​ລະ​ດົມ​ແຫຼ່ງ​ກຳ​ລັງ​ຢູ່​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ.

(ແຫຼ່ງຄັດຈາກ VOV)​​

ຫວຽດ​ນາມ ແລ​ະ ອົດ​ສະ​ຕາ​ລີ ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ບັນ​ລຸ 20 ຕື້ USD

ຫວຽດ​ນາມ ແລ​ະ ອົດ​ສະ​ຕາ​ລີ ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ບັນ​ລຸ 20 ຕື້ USD

ຕອນ​ເຊົ້າ​ວັນ​ທີ 11 ສິງ​ຫາ ຕາມ​ເວ​ລາ​ທ້ອງ​ຖິ່ນ, ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ, ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ພົບ​ປະ​ກັບ​ທ່ານ​ນາງ Sam Mostyn, ຜູ້​ສຳ​ເລັດ​ຣາ​ຊະ​ການ​ແຫ່ງ​ອົ​ດ​ສະ​ຕາລີ.

Top