• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກູບາ ແລະ Fidel ແມ່ນບັນດາຊື່ເອີ້ນທີ່ສັກກະລະບູຊາໃນດວງໃຈຂອງຊາວ ຫວຽດນາມ ແຕ່ລະຄົນ

ທ່ານ ຫງວຽນດຶກເລີ້ຍ ຢັ້ງຢືນວ່າ Fidel Castro ແມ່ນຜູ້ນຳຍິ່ງໃຫຍ່ຂອງຂະບວນການກຳມະກອນ ແລະ ກອມມູນິດສາກົນ. ລັດທິມະນຸດສະທຳສາກົນເຊິ່ງ ທ່ານ Fidel ເປັນຜູ້ລິເລີ່ມ

 ທ່ານ ຫງວຽນດຶກເລີ້ຍ, ຜູ້ອຳນວຍການໃຫຍ່ສຳນັກຂ່າວສານ ຫວຽດນາມ ກ່າວຄຳເຫັນທີ່ເວທີປາໄສ Sao Paulo

ວັນທີ 17 ກໍລະກົດ, ວາລະປະຊຸມຄົບຄະນະພິເສດຂອງເວທີປາໄສ Sao Paulo ຄັ້ງທີ 24 ໄດ້ຈັດຕັ້ງຢູ່ ລາຮາວານ, ທ່ານ ຫງວຽນດຶກເລີ້ຍ, ຜູ້ອຳນວຍການໃຫຍ່ສຳນັກຂ່າວສານ ຫວຽດນາມ, ຫົວໜ້າຄະນະຜູ້ແທນພັກກອມມູນິດ ຫວຽດນາມ ມີບົດປາໄສ ກ່ຽວກັບແນວຄິດຂອງຜູ້ນຳການປະຕິວັດ ກູບາ Fidel Castro ແລະ ອາລົມຈິດພິເສດເຊິ່ງທ່ານໄດ້ສະຫງວນໃຫ້ປະຊາຊົນ ຫວຽດນາມ. ທ່ານ ຫງວຽນດຶກເລີ້ຍ ຢັ້ງຢືນວ່າ Fidel Castro ແມ່ນຜູ້ນຳຍິ່ງໃຫຍ່ຂອງຂະບວນການກຳມະກອນ ແລະ ກອມມູນິດສາກົນ. ລັດທິມະນຸດສະທຳສາກົນເຊິ່ງ ທ່ານ Fidel ເປັນຜູ້ລິເລີ່ມ ແລະ ນຳພານັ້ນໄດ້ໜູນຊ່ວຍທັງດ້ານວັດຖຸ ແລະ ຈິດໃຈສຳລັບການປະຕິວັດ ແລະ ຂະບວນການປົດປ່ອຍຊາດໃນໂລກ, ໃນນັ້ນມີບັ້ນຮົບຕ້ານ ອາເມລິກາ ຂອງປະຊາຊົນ ຫວຽດນາມ.

        ທ່ານ ຫງວຽນດຶກເລີ້ຍ ເນັ້ນໜັກວ່າ ກູບາ ແລະ Fidel ແມ່ນຊື່ເອີ້ນທີ່ສັກກະລະບູຊາໃນດວງໃຈຂອງປະຊາຊົນ ຫວຽດນາມ ແຕ່ລະຄົນ, ພ້ອມທັງທົບທວນຄືນບັນດາການຊ່ວຍເຫຼືອທີ່ບໍລິສຸດຜຸດຜ່ອງເຊິ່ງ ປະຊາຊົນ ກູບາ ໄດ້ສະຫງວນໃຫ້ແກ່ປະຊາຊົນ ຫວຽດນາມ, ໂດຍບໍ່ຫົວຊາຕໍ່ບັນດາຄວາມຫຍຸ້ງຍາກເຊິ່ງ ກູບາ ຕ້ອງປະເຊີນໜ້າຍ້ອນຖືກ ອາເມລິກາ ປິດລ້ອມ, ຂວ້ຳບາດ; ຄືດັ່ງເນື້ອໃນຈິດໃຈຂອງຄຳເວົ້າອະມະຕະຂອງ Fidel ທີ່ວ່າ “ເພື່ອ ຫວຽດນາມ, ກູບາ ພ້ອມແລ້ວທີ່ຈະສະຫຼະຊີວິດເລືອດເນື້ອຂອງຕົນ.”

(ແຫຼ່ງຄັດຈາກ VOV)


ພິທີເປີດສະໜອງວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ລາວ ເຊິ່ງເປັນຂອງຂວັນຂອງລັດຖະບານ ຫວຽດນາມ

ພິທີເປີດສະໜອງວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ລາວ ເຊິ່ງເປັນຂອງຂວັນຂອງລັດຖະບານ ຫວຽດນາມ

ໂຄງການດັ່ງກ່າວໄດ້ເລີ່ມລົງມືກໍ່ສ້າງໃນເດືອນ ສິງຫາ ປີ 2022, ມີເນື້ອທີ່ 6,5 ເຮັກຕາ, ດ້ວຍຈຳນວນເງິນລົງທຶນກວ່າ 10 ລ້ານ USD.

Top