• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຸ່ມບໍລິສັດ CP ຫວຽດນາມ ຮ່ວມເດີນທາງ ແລະ ພັດທະນາພ້ອມກັບ ຫວຽດນາມ

      ກຸ່ມບໍລິສັດ ຈະເລີນ ປົກຄະພັນ (CP) ແມ່ນກຸ່ມບໍລິສັດເອກະຊົນໃຫຍ່ສຸດໃນປະເທດ ໄທ ດ້ວຍບໍລິສັດລູກ 250 ແຫ່ງຕັ້ງຢູ່ 16 ປະເທດ ລວມມີ: ຈີນ, ອາເມລິກາ, ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ແລະ ເອີຣົບ, ດຳເນີນທຸລະກິດໃນ 3 ເສົາຄ້ຳຕົ້ນຕໍແມ່ນ ລະບົບຮ້ານຊັບພະສິນຄ້າ, ກະສິກຳ ແລະ ການຄ້າເອເລັກໂຕນິກ.
       ຢູ່ ຫວຽດນາມ, CP ຫວຽດນາມ (CPV) ແມ່ນໜຶ່ງໃນສອງວິສາຫະກິດຕ່າງປະເທດມີການລົງທຶນໄວທີ່ສຸດເຂົ້າໃນຂົງເຂດລ້ຽງສັດຂອງ ຫວຽດນາມ, ນັບແຕ່ຊຸມປີທຳອິດຂອງໄລຍະປ່ຽນແປງໃໝ່ - ປີ 1993 - ໂດຍຜ່ານການລົງທຶນເຂົ້າໂຄງງານຜະລິດຫົວອາຫານສັດແຫ່ງທຳອິດຢູ່ນະຄອນ ບຽນຮ່ວາ, ແຂວງ ດົງນາຍ.

ບໍລິສັດ CP ຫວຽດນາມ ຮ່ວມເດີນທາງ ແລະ ພັດທະນາພ້ອມກັບ ຫວຽດນາມ
      ໃນ 25 ປີຜ່ານມາ, CP ຫວຽດນາມ ໄດ້ປະກອບເງິນກ່ວາ 8.300 ຕື້ດົ່ງເຂົ້າໃນງົບປະມານແຫ່ງລັດ. ສ້າງວຽກເຮັດງານທຳໂດຍກົງ ແລະ ທາງອ້ອມໃຫ້ແກ່ຊາວຜູ້ອອກແຮງງານ ຫວຽດນາມ ກ່ວາ 400.000 ຄົນ. ເມື່ອຕີລາຄາກ່ຽວກັບຄວາມມານະພະຍາຍາມຂອງບໍລິສັດ, ທ່ານ ຫງວຽນຊວນເຢືອງ - ຜູ້ຮັກສາການຫົວໜ້າກົມລ້ຽງສັດ - ຕາງໜ້າກະຊວງກະສິກຳ ແລະ ພັດທະນາຊົນນະບົດໃຫ້ຮູ້ວ່າ:
ພວກຂ້າພະເຈົ້າຕີລາຄາສູງສຸດບັນດາການປະກອບສ່ວນຂອງບໍລິສັດ CPV ໃນ 25 ປີຜ່ານມາໃຫ້ຂະແໜງລ້ຽງສັດ ແລະ ສິນໃນນ້ຳ ຫວຽດນາມ. ດ້ວຍບັນດາມາດຕະການ, ບັນດາວຽກງານທັນການ, ມີປະສິດທິຜົນ, ເປັນຕົ້ນແມ່ນຕອບສະໜອງບັນດາແຜນນະໂຍບາຍ, ນະໂຍບາຍຂອງລັດຖະບານ, ຂອງກະຊວງ, ຂະແໜງການ ຫວຽດນາມ ໃນການບໍລິຫານການຕະຫລາດ, ບໍລິຫານລາຄາຊື້ສິນຄ້າ, ຮູບການຜະລິດປະກອບສ່ວນນຳ ຫວຽດນາມ ກາຍເປັນປະເທດຢືນອັນດັບ 1 ໃນຈຳນວນບັນດາປະເທດ ອາຊຽນ ແລະ ຢືນອັບດັບທີ 12 ໃນໂລກ ກ່ຽວກັບເຕັກໂນໂລຊີປຸງແຕ່ງຫົວອາຫານສັດ.
ບັນດາການປະກອບສ່ວນກ່ຽວກັບເສດຖະກິດໄດ້ຊ່ວຍໃຫ້ CPV ຍາດໄດ້ຫລາຍລາງວັນໃນຊຸມປີຜ່ານມາຄື: ລາງວັນຄຳຄຸນນະພາບແຫ່ງຊາດ 2013, ລາງວັນວິສາຫະກິດດີເດັ່ນ ອາຊຽນ Award 2014 – 2015, ໃບຍ້ອງຍໍຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດປະກອບສ່ວນເຂົ້າໃນການພັດທະນາຂອງຂະແໜງລ້ຽງສັດ, ລາງວັນວິສາຫະກິດເພື່ອຊາວກະສິກອນ 2017…ທີ່ພິທີຕ້ອນຮັບຫຼຽນໄຊແຮງງານຊັ້ນ 3 ຂອງປະທານປະເທດແຫ່ງ ສສ ຫວຽດນາມ ແລະ ສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງບໍລິສັດ, ທ່ານ Montri Suwanposri – ຜູ້ອຳນວຍການໃຫຍ່ CPV ໃຫ້ຮູ້ວ່າ:
            ໃນຕະຫລອດ 25 ປີແຫ່ງການປະຕິບັດນະໂຍບາຍ 3 ປະໂຫຍດ, ໃນນັ້ນ ຖືຜົນປະໂຫຍດຂອງປະເທດປະຈຳຖິ່ນເໜືອກ່ວາສິ່ງໃດໝົດ, ຜົນປະໂຫຍດຂອງປະຊາຊົນ, ພິເສດແມ່ນຊາວກະສິກອນຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ ແລະ ສຸດທ້າຍຈຶ່ງແມ່ນຜົນປະໂຫຍດຂອງບໍລິສັດ, ໝູ່ຄະນະພະນັກງານ CPV ໄດ້ພະຍາຍາມຈົນສຸດຄວາມສາມາດຂອງຕົນ ແລະ ມື້ນີ້ມີຄວາມເປັນກຽດໄດ້ຮັບລາງວັນອັນສູງສົ່ງຈາກລັດ: ຫຼຽນໄຊແຮງງານຊັ້ນ 3 ຄືແມ່ນຄວາມຮັບຮູ້ບັນດາຜົນງານ ແລະ ການປະກອບສ່ວນຂອງພວກຂ້າພະເຈົ້າໃນໄລຍະທາງ 25 ປີຜ່ານມາ.
ພວກເພື່ອນກຳລັງຟັງບົດສາລະຄະດີກ່ຽວກັບບັນດາການເຄື່ອນໄຫວສັງຄົມຂອງ CPV, ໃນນັ້ນມີກໍລະນີຂອງນ້ອງສາວ ຫງວຽນງອັກຮ່ວຽນ - ເຊິ່ງແມ່ນລູກສາວຂອງອ້າຍ ຫງວຽນແອັງຕ໊ວນ, ພາລະກອນຂອງ CPV. ນ້ອງ ຫງວຽນງອັກຮ່ວຽນ ຖືກຕິດໂລກມະເຮັງ, ພິເສດມີອາການເຈັບຮຸນແຮງ. ແມ່ຂອງນ້ອງ ຮ່ວຽນ ເລົ່າສູ່ຟັງວ່າ:
ກ່ອນທີ່ສົ່ງເລືອກ, ລູກຂອງຂ້ອຍຕ້ອງສົ່ງທາດເຄມີ, ແລ້ວຖືກຂາດເລືອດທີ່ສຸດແມ່ນອາການອັນຕະລາຍ. ຂ້າພະເຈົ້າໄດ້ຮັບຮູ້ວ່າ: ໃນບໍລິສັດ CP ມີສະມາຄົມບໍລິຈາກເລືອດ ດັ່ງນັ້ນ ຂ້າພະເຈົ້າຈຶ່ງຂໍການຊ່ວຍເຫຼືອ ແລະ ມີອ້າຍເອຶ້ອຍນ້ອງໃນບໍລິສັດຫລາຍຄົນໄດ້ມາບໍລິຈາກເລືອດເພື່ອກູ້ເອົາຊີວິດຂອງລູກຂ້າພະເຈົ້າ

ໃນ 25 ປີຜ່ານມາ, CP ຫວຽດນາມ ໄດ້ປະກອບເງິນກ່ວາ 8.300 ຕື້ດົ່ງເຂົ້າໃນງົບປະມານແຫ່ງລັດ.
      ນີ້ພຽງແຕ່ແມ່ນໜຶ່ງໃນບັນດາຕົວຢ່າງພົ້ນເດັ່ນໃນບັນດາການເຄື່ອນໄຫວສັງຄົມ ເຊິ່ງ CPV ໄດ້ປະຕິບັດຢູ່ ຫວຽດນາມ ເທົ່ານັ້ນ. ດ້ວຍສານທີ່ວ່າ “ຕອບບຸນແທນຄຸນປະເທດ ຫວຽດນາມ”, ໃນຕະຫລອດ 25 ປີຜ່ານມາ, CPV ຍາມໃດກໍ່ຮ່ວມເດີນທາງພ້ອມກັບບັນດາໂຄງການອາສາສະໝັກທຳການກຸສົນທີ່ມີຄວາມໝາຍຄື: ການເຄື່ອນໄຫວບໍລິຈາກເລືອດ, ໜູນຊ່ວຍສະມາຄົມທ່ານໝໍໜຸ່ມ ຫວຽດນາມ ຜ່າຕັດຫົວໃຈ ແລະ ສົບແວງປາກວີກໃຫ້ເດັກນ້ອຍ; ສົມທົບກັບສະພາກາແດງຈັດຕັ້ງການກວດປິ່ນປົວພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າ ແລະ ມອບຂອງຂວັນໃຫ້ຄົນທຸກຍາກ, ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ, ຜູ້ມີອາຍຸສູງ ແລະ ຄອບຄົວເປົ້າໝາຍນະໂຍບາຍທີ່ປະສົບກັບຄວາມຫຍຸ້ງຍາກຢູ່ບັນດາຕາແສງເຂດຫ່າງໄກສອກຫຼີກ…ທ່ານ Montri, ຜູ້ອຳນວຍການໃຫຍ່ CPV ໃຫ້ຮູ້ວ່າ:
            ຫລາຍປີຜ່ານມາ, ບໍລິສັດ CP ຫວຽດນາມ ຍາມໃດກໍ່ຮ່ວມເດີນທາງ ແລະ ໜູນຊ່ວຍຈົນສຸດຄວາມສາມາດຂອງຕົນໃຫ້ແກ່ບັນດາການເຄື່ອນໄຫວເພື່ອປະຊາຄົມຢູ່ບັນດາຂົງເຂດຄື: ສາທາລະນະສຸກ, ການສຶກສາ ພິເສດແມ່ນກະສິກຳ.
ບັນດາການເຄື່ອນໄຫວສັງຄົມຂອງບໍລິສັດ, ບໍ່ພຽງແຕ່ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງບໍລິສັດຕໍ່ສັງຄົມເທົ່ານັ້ນ ຫາກຍັງສ້າງຄວາມໄວ້ເນື້ອເຊື່ອໃຈໃນຖັນແຖວພາລະກອນຊາວ ຫວຽດນາມ ຂອງຕົນອີກດ້ວຍ. ອ້າຍ ຮ່ວາງກວັກຫວຽດ, ເຮັດວຽກຢູ່ບໍລິສັດໄດ້ກ່ວາ 10 ປີແບ່ງປັນວ່າ:
ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈເມື່ອເຮັດວຽກຢູ່ບໍລິສັດຕ່າງປະເທດ, ເຖິງວ່າບໍລິສັດ CP ແມ່ນຂອງ ໄທ ກໍ່ຕາມ, ແຕ່ຍາມໃດກໍ່ເອົາໃຈໃສ່ຕໍ່ປະເທດ, ປະຊາຊົນ ຫວຽດນາມ. ນີ້ແມ່ນກຳລັງໜູນ ເພື່ອໃຫ້ຂ້າພະເຈົ້າກໍ່ຄືບັນດາພາລະກອນ ຫວຽດນາມ ຄົນອື່ນໆຜູກພັນກັບບໍລິສັດຍາວນານກ່ວາ.
 (ແຫຼ່ງຄັດຈາກ VOV)
 

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top