• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຸ່ມບໍລິສັດ AIA (ອາເມລິກາ) ໃຫ້ຄຳໝັ້ນສັນຍາປະກອບສ່ວນຢ່າງຍາວນານໃຫ້ແກ່ການພັດທະນາຂອງ ຫວຽດນາມ

ທ່ານນາງຮອງປະທານປະເທດ ຫວໍ້ທິແອັງຊວນ ກໍ່ສະເໜີໃຫ້ AIA ສືບຕໍ່ເສີມຂະຫຍາຍຈິດໃຈຄວາມຮັບຜິດຊອງໃນວົງຄະນະຍາດ, ເພີ່ມທະວີການເຄື່ອນໄຫວກຸສົນ, ໜູນຊ່ວຍວົງຄະນະຍາດ.
  ທ່ານນາງຮອງປະທານປະເທດ ຫວໍ້ທິແອັງຊວັນ ຕ້ອນຮັບທ່ານ Lee Yuan Siong, ປະທານ ທັງເປັນຜູ້ອຳນວຍການໃຫຍ່ບໍລິຫານກຸ່ມບໍລິສັດປະກັນຊີວິດ AIA (ພາບ: TTXVN)   

ຕອນເຊົ້າວັນທີ 01 ສິງຫາ, ຢູ່ ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານ Lee Yuan Siong, ປະທານ ທັງເປັນຜູ້ອຳນວຍການໃຫຍ່ບໍລິຫານກຸ່ມບໍລິສັດປະກັນຊີວິດ AIA ອາເມລິກາ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍ້ທິແອັງຊວັນ ໄດ້ຊົມເຊີຍໃຫ້ກຸ່ມບໍລິສັດ AIA ພາຍຫຼັງການເຄື່ອນໄຫວຢູ່ ຫວຽດນາມ ເປັນເວລາກວ່າ 20 ປີ ໄດ້ຢືນຢັນທີ່ຕັ້ງແຖວໜ້າຂອງຕົນໃນຕະຫຼາດປະກັນຊີວິດ. ທ່ານນາງຮອງປະທານປະເທດ ຫວໍ້ທິແອັງຊວນ ກໍ່ສະເໜີໃຫ້ AIA ສືບຕໍ່ເສີມຂະຫຍາຍຈິດໃຈຄວາມຮັບຜິດຊອງໃນວົງຄະນະຍາດ, ເພີ່ມທະວີການເຄື່ອນໄຫວກຸສົນ, ໜູນຊ່ວຍວົງຄະນະຍາດ.

ສ່ວນທ່ານ Lee Yuan Siong ໃຫ້ຮູ້ວ່າ, ກຸ່ມບໍລິສັດ AIA ພວມສົນໃຈຕໍ່ 2 ຂົງເຂດແມ່ນ Logistic ແລະ ເບິ່ງແຍງດູແລດ້ານການແພດ ແລະ  ຫວຽດນາມ ແມ່ນຕະຫຼາດສຳຄັນເພື່ອໃຫ້ກຸ່ມບໍລິສັດປະຕິບັດແຜນການລົງທຶນຂອງຕົນ. ກຸ່ມບໍລິສັດ AIA ຈະສືບຕໍ່ໜູນຊ່ວຍ, ປະກອບສ່ວນເຂົ້າໃນການພັດທະນາຂອງເສດຖະກິດ - ສັງຄົມ ຫວຽດນາມ ແລະ ບັນດາການເຄື່ອນໄຫວ, ໂຄງການເພື່ອວົງຄະນະຍາດຢູ່ ຫວຽດນາມ. ທ່ານ Lee Yuan Siong ສະແດງຄວາມເຊື່ອໝັ້ນວ່າ,  ຫວຽດນາມ ຈະສືບຕໍ່ພັດທະນາຢ່າງວັດທະນາຖາວອນໃນອະນາຄົດ ແລະ ຢືນຢັນຄືນໃໝ່ຄຳໝັ້ນສັນຍາປະກອບສ່ວນຢ່າງຍາວນານ ໃຫ້ແກ່ການພັດທະນາຂອງ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top