• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຸຍບາ ຖະແຫຼງໄວ້ທຸກລະດັບຊາດອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ

ວັນທີ 19 ກໍລະກົດ, ທ່ານປະທານ ກຸຍບາ Miguel Díaz-Canel ຖະແຫງໄວ້ທຸກລະດັບຊາດອາໄລຫາທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ.
ສະພາແຫ່ງຊາດ ກຸຍບາ ໄດ້ສະຫງວນເວລາໜຶ່ງນາທີໃນກອງປະຊຸມປະຈຳເດືອນ ເພື່ອອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ (ພາບ: ສະຖານທູດ ກຸຍບາ)

ຕາມແຈ້ງການທີ່ລົງພິມໃນໜັງສືພິມປະຈຳວັນ Granma, ອົງການກະບອກສຽງຂອງພັກກອມມູນິດ ກຸຍບາ ແລ້ວ, ກຸຍບາ ຈະຈັດພິທີໄວ້ທຸກລະດັບຊາດເພື່ອອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ນັບແຕ່ເວລາ 6 ໂມງຂອງວັນທີ 20 ກໍລະກົດ (ຕາມເວລາທ້ອງຖິ່ນ) ຮອດເວລາ 24 ໂມງຂອງວັນທີ 21 ກໍລະກົດ, ໃນຂະນະທີ່, ພິທີໄວ້ທຸກລະດັບຊາດຈະຈັດຂຶ້ນໃນຕະຫຼອດວັນທີ 22 ກໍລະກົດ. ໃນເວລາຈັດພິທີໄວ້ທຸກລະດັບຊາດ, ບັນດາສຳນັກງານລັດ ແລະ ທະຫານໃນທົ່ວປະເທດ ກຸຍບາ ຈະລົດທຸງລົງເຄິ່ງເສົາ, ບໍ່ຈັດບັນດາການເຄື່ອນໄຫວລະຫຼິ້ນ, ບັນເທິງສາທາລະນະ.

        ທ່ານປະທານ ກຸຍບາ Miguel Díaz-Canel ສະແດງຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງຕໍ່ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຜູ້ທີ່ທ່ານກໍ່ຖືວ່າແມ່ນເພື່ອນສະຫາຍທີ່ຮັກແພງ ແລະ ແມ່ນເພື່ອນຜູ້ສຸດຈິດສຸດໃຈຂອງ ກຸຍບາ. ທ່ານປະທານ ກຸຍບາ ກໍ່ສົ່ງຄຳແບ່ງເບົ່າຄວາມເສົ້າສະຫຼົດໃຈມາຍັງປະຊາຊົນ ຫວຽດນາມ ອ້າຍນ້ອງ, ຄອບຄົວ ແລະ ຍາດຕິພີ່ນ້ອງຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

        ແລະກໍ່ໃນວັນທີ 19 ກໍລະກົດ, ສະພາແຫ່ງຊາດ ກຸຍບາ ໄດ້ສະຫງວນເວລາໜຶ່ງນາທີໃນກອງປະຊຸມປະຈຳເດືອນ ເພື່ອອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຢ່າງສົມກຽດ

ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຢ່າງສົມກຽດ

ໃນເວລາ 8:00 ໂມງ ຂອງວັນທີ 20 ມັງກອນ 2026, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ໄຂຂຶ້ນຢ່າງສົມກຽດ ຢູ່ສູນປະຊຸມແຫ່ງຊາດ, ນະຄອນຫຼວງຮ່າໂນ້ຍ.

Top