• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳ​ປູ​ເຈຍ ​ປະ​ກາດ​ເປີດ​ກວ້າງ​ເຂດ​ຫ້າມ​ບິນ

ທ່ານ Sin Chansereywattha ລັດຖະມົນຕີການຕ່າງປະເທດ ທັງເປັນໂຄສົກຄະນະເລຂານຸການ SSCA ໄດ້ໃສໃຈ່ວ່າ ບັນດາຖ້ຽວບິນລະຫວ່າງ ກຳປູເຈຍ ແລະ ໄທປັດຈຸບັນຍັງມີການເຄື່ອນໄຫວເປັນປົກກະຕິ.
ປະຊາຊົນອົບພະຍົບອອກຈາກເຂດປະທະກັນ (ພາບ: THX/TTXVN)

ວັນທີ 26 ກໍລະກົດ ອົງການການບິນພົນລະເຮືອນ ກຳປູເຈຍ (SSCA) ປະກາດຫ້າມບັນດາຖ້ຽວບິນຜ່ານເຂດປະທະກັນຢູ່ເຂດນານຟ້າຂອງປະເທດນີ້, ພ້ອມທັງເປີດກວ້າງເຂດຫ້າມບິນໄປຍັງບັນດາແຂວງ Poipet, Pailin ແລະ ເຄິ່ງເໜຶ່ງຂອງແຂວງ Siem Reap. ທ່ານ Sin Chansereywattha ລັດຖະມົນຕີການຕ່າງປະເທດ ທັງເປັນໂຄສົກຄະນະເລຂານຸການ SSCA ໄດ້ໃສໃຈ່ວ່າ ບັນດາຖ້ຽວບິນລະຫວ່າງ ກຳປູເຈຍ ແລະ ໄທປັດຈຸບັນຍັງມີການເຄື່ອນໄຫວເປັນປົກກະຕິ.

ກ່ອນໜ້ານັ້ນ, SSCA ໄດ້ອອກແຈ້ງການຮຽກຮ້ອງເຮືອບິນທຸກລຳ ທີ່ບິນຜ່ານປະເທດນີ້ຕ່ຳກ່ວາຄວາມສູງ 11.000 ແມັດຕ້ອງປ່ຽນທິດຫຼີກແນ່ໃສ່ຫລີກລ້ຽງທຸກຄວາມສ່ຽງ. ຂໍ້ກຳນົດນີ້ມີຜົນບັງຄັບໃຊ້ນັບແຕ່ວັນທີ 25 ກໍລະກົດ ຈົນຮອດເວລາມີແຈ້ງການໃໝ່. ແລະ ກໍ່ໃນວັນດຽວກັນ, ກຳປູເຈຍ ໄດ້ປິດປະຕູໂຮງຮຽນ 536 ແຫ່ງຢູ່  5 ແຂວງ ຍ້ອນການປະທະກັນເຂດຊາຍແດນກັບໄທ. ໃນຂະນະນັ້ນ, ຢູ່ໄທ, ຫ້ອງວ່າການຄະນະກຳມະການສຶກສາໂດຍພື້ນຖານ (Obec)  ໄດ້ອອກຄຳສັ່ງປິດປະຕູໂຮງຮຽນ 751 ແຫ່ງ  ຢູ່ເຂດທີ່ມີຄວາມສ່ຽງສູງຢູ່ລຽມຕາມເຂດຊາຍແດນຕິດກັບ ກຳປູເຈຍ.

(ແຫຼ່ງຄັດຈາກ VOV)

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່ມ​ຂຶ້ນ​ສູງ

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່ມ​ຂຶ້ນ​ສູງ

ອຳ​ນາດ​ການ​ປົກ​ຄອງ​ເວ​ເນ​ຊູ​ເອ​ລາ ໃຫ້​ຮູ້​ວ່າ ໄລ່​ຮອດ​ຕອນ​ຄ່ຳ​ວັນ​ທີ 26 ມິ​ຖຸ​ນາ ຕາມ​ເວ​ລາ​ທ້ອງ​ຖິ່ນ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໄດ້​ເພີ່ມ​ຂຶ້ນ 589 ຄົນ, ໃນ​ນັ້ນ​ມີ​ຜູ້ຖືກ​ບາດ​ເຈັບ 2980 ຄົນ.

Top