• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳ​ນົດ​ຈິນ​ຕະ​ນາ​ການ​ຍຸດ​ທະ​ສາດ​ໃຫ້​ແກ່​ທົດ​ສະ​​ວັດ​ຈະ​ມາ​ເຖິງ​ກ່ຽວ​ກັບ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ

ໃນຂອບເຂດບັນດາເຫດການຢູ່ງານວາງສະແດງຜົນງານຂອງປະເທດຊາດ “80 ປີໄລຍະທາງແຫ່ງເອກະລາດ - ເສລີພາບ - ຄວາມຜາສຸກ” ພວມດຳເນີນຢູ່ສູນວາງສະແດງຕະຫຼາດນັດແຫ່ງຊາດ (ທີ່ດົງແອັງ, ຮ່າໂນ້ຍ), ຕອນເຊົ້າວັນທີ 29 ສິງຫາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ເປັນເຈົ້າພາບຈັດເວທີປາໄສພາຍໃຕ້ຫົວຂໍ້ “ອະນາຄົດວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແຫ່ງຊາດ”.
ບັນຍາກາດຂອງເວທີປາໄສ (ພາບ: TTXVN)

ເມື່ອກ່າວຄຳເຫັນໃນເວທີປາໄສ, ທ່ານ ຫງວຽນແມ້ງຮຸ່ງ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ໄດ້ເນັ້ນໜັກວ່າ ປັັດຈຸບັນ, ຫວຽດນາມ ພວມກ້າວເຂົ້າສູ່ໄລຍະໃໝ່, ຍຸກສະໄໝຂອງ AI, ຂອງ big data, ຂອງພະລັງງານສີຂຽວ ແລະ ເສດຖະກິດດີຈີຕອນ. ນີ້ແມ່ນຍຸກສະໄໝ ເຊິ່ງພູມປັນຍາ, ປະດິດຄິດສ້າງ ແລະ ເຕັກໂນໂລຢີແມ່ນແຫຼ່ງກຳລັງຜະລິດສຳຄັນທີ່ສຸດ. ທ່ານກ່າວວ່າ:

“ວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນ ແລະ ຫັນເປັນດີຈີຕອນ ແມ່ນ 3 ເສົາຄ້ຳພັດທະນາ. ໃນນັ້ນ, ວິທະຍາສາດ, ເຕັກໂນໂລຢີ ແມ່ນພື້ນຖານສ້າງພູມປັນຍາ ແລະ ແມ່ນເຄື່ອງມືໃໝ່. ນະວັດຕະກຳແມ່ນກຳລັງໜູນ, ມັນຫັນບັນດາພູມປັນຍາ, ເຄື່ອງມືໃໝ່ກາຍເປັນແນວຄວາມຄິດ ແລະ ມາດຕະການເພື່ອແກ້ໄຂສະພາບການເສດຖະກິດ - ສັງຄົມ. ການຫັນເປັນດີຈີຕອນ ສ້າງສະພາບແວດລ້ອມດີຈີຕອນ ແລະ ເຄື່ອງມືດີຈີຕອນ ເພື່ອສ້າງ ເພື່ອຫັນບັນດາແນວຄວາມຄິດ, ມາດຕະການນະວັດຕະກຳ, ປະດິດຄິດສ້າງກາຍເປັນບັນດາຜະລິດຕະພັນ, ການບໍລິການ, ຂັ້ນຕອນ, ຮູບແບບດຳເນີນທຸລະກິດໃໝ່ ແລະ ໝູນໃຊ້ເຂົ້າໃນຊີວິດຕົວຈິງ ເພື່ອສ້າງຄຸນຄ່າຕົວຈິງ, ປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ.”

(ແຫຼ່ງຄັດຈາກ VOV)

ບັ້ນເຄື່ອນໄຫວ 500 ວັນ ແລະ ຄືນທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ກວ່າ 3.080 ອັດຖິພາຍຫຼັງ 6 ເດືອນ

ບັ້ນເຄື່ອນໄຫວ 500 ວັນ ແລະ ຄືນທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ກວ່າ 3.080 ອັດຖິພາຍຫຼັງ 6 ເດືອນ

“​ບັ້ນ​ເຄື່ອນ​ໄຫວ 500 ວັນ ແລະ ຄືນ​ຍູ້​ແຮງ​ການ​ຊອກ​ຫາ​, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່​ອັດ​ຖິ​ນັກຮົບເສຍສະຫຼະຊີວິດເພື່ອຊາດ​” ທ້ອນ​ໂຮມ​ອັດ​ຖິ​​ນັກຮົບເສຍສະຫຼະຊີວິດເພື່ອຊາດ​ໄດ້ 3.080 ອັດຖິພາຍ​ຫຼັງ​ເວລາ 6 ເດືອນ​.

Top