• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳລັງຫນູນໃຫມ່ໃຫ້ແກ່ເສດຖະກິດ ຫາຍຟ່ອງ ພັດທະນາ

ໃນປີຜ່ານມາ, ນະຄອນ ຫາຍຟ່ອງ ດຶງດູດການລົງທຶນຂອງຕ່າງປະເທດບັນລຸ 3,5 ຕື້ USD;ປະຈຸບັນ 14 ເຂດອຸດສາຫະກຳຢູ່ ຫາຍຟ່ອງໄດ້ດຶງດູດເກືອບ 800 ໂຄງການລົງທຶນ, ດ້ວຍກວ່າ 500 ໂຄງການລົງທຶນໂດຍກົງຂອງຕ່າງປະເທດ (FDI).ພ້ອມກັບການກໍ່ສ້າງບັນດາເຂດອຸດສາຫະກຳໃຫມ່, ນະຄອນ ຫາຍຟ່ອງ ພວມຍູ້ແຮງການສົ່ງເສີມການສ້າງຕັ້ງເຂດເສດຖະກິດ ແຄມທະລທາງພາກໃຕ້ ນະຄອນ, ເປີດຄວາມບົ່ມຊ້ອນພັດທະນາໃຫມ່ໃຫ້ແກ່ນະຄອນ ແລະ ເຊື່ອມຕໍ່ບັນດາເຂດອຸດສາຫະກຳແຄມທະເລ, ສ້າງກຳລັງຫນູນໃຫ້ແກ່ທ້ອງຖິ່ນ ແລະ ທັງເຂດທົ່ງພຽງແມ່ນ້ຳແດງ.
ທ່ານ ຫງວຽນຈີຢູ໋ງ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ. ພາບ:TTXVN

ໃນ 3 ປີລຽນຕິດ, ທຶນ FDI ເຂົ້ານະຄອນ ຫາຍຟ່ອງ ບັນລຸ 2,5 ຕື້ USD. ພິເສດ, ປີກາຍນີ້, ຫາຍຟ່ອງ ດຶງດູດການລົງທຶນ 3,5 ຕື້ USD, ມີວິສາຫະກິດຫຼາຍແຫ່ງໄດ້ລົງທຶນໃຫມ່, ແລະ ມີຫລາຍວິສາຫະກິດເປີດກວ້າງຂອບຂະໜາດ. ທ່ານ Woncheo Park, ຜູ້ອຳນວຍການຝ່າຍບໍລິຫານຂອງກຸ່ມບໍລິສັດ SKC (ຂຶ້ນກັບ ກຸ່ມ SK, ສ.ເກົາຫຼີ), ໃຫ້ຮູ້ວ່າ: ພາຍຫຼັງຊອກຮູ້ສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢູ່ ຫາຍຟ່ອງ, ກຸ່ມບໍລິສັດ SKC ໄດ້ຕັດສິນໃຈກໍ່ສ້າງໂຮງງານຜະລິດວັດສະດຸຍ່ອຍສະຫລາຍທາງຊີວະສາດເຕັກໂນໂລຢີສູງຢູ່ DEEP C ຫາຍຟ່ອງ 1, ດ້ວຍແຫລ່ງເງິນລົງທຶນ 500 ລ້ານ USD:

 “ພວກຂ້າພະເຈົ້າໄດ້ຮູ້ວ່າ: ຫາຍຟ່ອງແມ່ນໜຶ່ງໃນບັນດາທ້ອງຖິ່ນທີ່ມີພື້ນຖານໂຄງລ່າງທີ່ດີ ແລະ ທັນສະໄໝ ແລະ ກໍ່ແມ່ນສະຖານທີ່ທີ່ມີກົນໄກດຶງດູດການລົງທຶນທີ່ດີ. ສະນັ້ນ, ພວກຂ້າພະເຈົ້າຕັດສິນໃຈນຳເຕັກໂນໂລຊີທີ່ທັນສະໄໝດ້ວຍຕ່ອງໂສ້ການຜະລິດວັດຖຸດິບທີ່ສາມາດຍ່ອຍສະຫຼາຍທາງຊີວະສາດເພື່ອວາງພື້ນຖານໃຫ້ແກ່ການລົງທຶນຄັ້ງທຳອິດຢູ່ຫາຍຟ່ອງ. ພວກຂ້າພະເຈົ້າໃຫ້ຄຳໝັ້ນສັນຍາຈະສ້າງສະພາບແວດລ້ອມນິເວດທີ່ດີໃຫ້ແກ່ບັນດາວິສາຫະກິດ ສ.ເກົາຫຼີ ແລະ ສືບຕໍ່ຮຽກຮ້ອງບັນດາວິສາຫະກິດ ສ.ເກົາຫຼີ ມາລົງທຶນຢູ່ ຫວຽດນາມ ເວົ້າລວມ ແລະ ຫາຍຟ່ອງ ເວົ້າສະເພາະໃຫ້ຫລາຍກວ່າອີກ.”

ນອກຈາກກຸ່ມບໍລິສັດ SKC ແລ້ວ, ຫາຍຟ່ອງ ຍັງກາຍເປັນສະຖານທີ່ໄດ້ຮັບການຄັດເລືອກມາລົງທຶນອັນດັບຕົ້ນໆຂອງບັນດາວິສາຫະກິດໃຫຍ່, ນາໆຊາດຫຼາຍແຫ່ງ, ຄື: LG, Bridgestone, Vingroup, Pegatron… ປະຈຸບັນ, ນະຄອນມີເຂດອຸດສາຫະກຳ 14 ແຫ່ງ, ດ້ວຍເນື້ອທີ່ 6 ພັນກວ່າເຮັກຕາ, ອັດຕາສ່ວນນຳໃຊ້ທີ່ດິນແມ່ນບັນລຸກວ່າ 61%; ໃນນັ້ນ, ເຂດເສດຖະກິດ ດິງຫວູ - ກາດຫາຍ ດ້ວຍຍອດເນື້ອທີ່ທັງໝົດກວ່າ 22.500 ເຮັກຕາ, ໄດ້ຮັບການລົງທຶນກໍ່ສ້າງຢ່າງຄົບຊຸດ, ພັດທະນາບັນດາເຂດອຸດສາຫະກຳ, ເຂດຕົວເມືອງນ້ອຍ, ສູນການຄ້າ ແລະ ທ່າເຮືອ, logictisc ລະດັບສາກົນ.

ເຂດອຸດສາຫະກຳ ແລະ ເຂດເສດຖະກິດຂອງແຂວງ ຫາຍຟ່ອງ ໄດ້ດຶງດູດເກືອບ 800 ໂຄງການລົງທຶນ, ໃນນັ້ນມີ 500 ກວ່າໂຄງການລົງທຶນໂດຍກົງຈາກຕ່າງປະເທດ (FDI), ດ້ວຍຍອດຈຳນວນທຶນບັນລຸ 25 ຕື້ USD. ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈີ໋ຢຸງ ຖືວ່າ: ເຂດເສດຖະກິດ ຫາຍຟ່ອງ ແມ່ນໜຶ່ງໃນບັນດາເຂດເສດຖະກິດແຄມທະເລປະສົບຜົນສຳເລັດທີ່ສຸດຂອງ ຫວຽດນາມ. ທ່ານລັດຖະມົນຕີ ຫງວຽນຈີ໋ຢຸງ ເນັ້ນໜັກວ່າ:

“ເພື່ອປະຕິບັດການຫັນເປົ້າໝາຍກາຍເປັນສູນເສດຖະກິດທາງທະເລຂອງປະເທດຊາດທີ່ມີລະດັບສາກົນແຖວຫນ້າຢູ່ອາຊີຕາເວັນອອກສ່ຽງໃຕ້ໃຫ້ປະກົດເປັນເປັນຈິງ ແລະ ແມ່ນກຳລັງຫນູນພັດທະນາຂອງເຂດ. ການພັດທະນາເຂດອຸດສາຫະກຳ, ເຂດເສດຖະກິດຂອງນະຄອນ ຫາຍຟ່ອງ ໃນໄລຍະຈະມາເຖິງ ຕ້ອງມີມາດຕະການແກ້ໄຂທີ່ມີລັກສະນະກະໂດດຂັ້ນ. ຫາຍຟ່ອງ ຕ້ອງກ້າຫານນຳຫນ້າໃນການປ່ຽນແປງທິດພັດທະນາຮູບແບບເຂດອຸດສາຫະກຳ, ເຂດເສດຖະກິດໃຫມ່. ຕາມນັ້ນແລ້ວ, ຕ້ອງສຸມໃສ່ຊຸກຍູ້ແຮງການພັດທະນາ ຮູບແບບເຂດອຸດສາຫະກຳນິເວດ ແລະ ເຂດອຸດສາຫະກຳສີຂຽວ, ໃນນັ້ນ ຕ້ອງວາງແຜນຜັງ ແລະ ສ້າງບັນດາເຂດເຕັກໂນໂລຢີນະວັດຕະກຳ”.

ເພື່ອຍາດແຍ່ງເອົາທ່າໄດ້ປຽບຂອງເຂດເສດຖະກິດດິ່ງຫວູ - ກາດຫາຍ, ພ້ອມກັນນັ້ນ, ກໍສ້າງຄວາມບົ່ມຊ້ອນໃຫ້ແກ່ການພັດທະນາໃນຊຸມປີຕໍ່ໄປ, ຫາຍຟ່ອງ ພວມຊຸກຍູ້ການສ້າງຕັ້ງເຂດເສດຖະກິດແຄມທະເລທາງທິດໃຕ້ຂອງນະຄອນ. ທ່ານເລຂາພັກນະຄອນ ຫາຍຟ່ອງ ເນັ້ນໜັກວ່າ: ເຂດເສດຖະກິດແຄມທະເລຈະເປັນກຳລັງຫນູນໃໝ່, ເປີດກວ້າງພື້ນທີ່ໃໝ່ເພື່ອພັດທະນານະຄອນ ຫາຍຟ່ອງ ໃນໄລຍະຈະມາເຖິງ.

ທ່ານຮອງສາດສະດາຈານ, ປອ ບຸ່ຍເຕີດທັງ, ອະດີດຫົວຫນ້າສະຖາບັນຍຸດທະສາດການພັດທະນາຖືວ່າ: ເຂດເສດຖະກິດທີ່ໄດ້ຮັບການສ້າງຕັ້ງຈະປະກອບສ່ວນນຳ ຫາຍຟ່ອງ ກາຍເປັນກຳລັງໜູນສຳຄັນໃນການພັດທະນາເສດຖະກິດ - ສັງຄົມຂອງເຂດທົ່ງພຽງແມ່ນ້ຳແດງ.

 “ຫາຍຟ່ອງສ້າງຕັ້ງເຂດເສດຖະກິດນີ້ບໍ່ພຽງແຕ່ເຊື່ອມຕໍ່ລະບົບບັນດາເຂດເສດຖະກິດແຄມທະເລເທົ່ານັ້ນ, ຫາກເຂດນີ້ຕ້ອງເປັນເຂດທີ່ມີລັກສະນະກຳລັງຫນູນ, ນຳພາ, ເປັນເຂດນຳຫນ້າ, ຫາກບໍ່ຄືຢູ່ບັນດາເຂດເສດຖະກິດທີ່ມີຢູ່ແລ້ວ. ສະນັ້ນ, ຈຶ່ງເໝາະສົມກັບທີ່ຕັ້ງຂອງຫາຍຟ່ອງ ໂດຍໄດ້ຮັບການລໍຄອຍມາແຕ່ດົນນານແລ້ວ. ຂ້າພະເຈົ້າສະເໜີຄວນຖືເຂດເສດຖະກິດແຫ່ງນີ້ເປັນເຂດເສດຖະກິດລຸ້ນໃໝ່ ດ້ວຍວິໄສທັດຍຸດທະສາດໃໝ່ກ່ຽວກັບເສດຖະກິດທະເລ”.

ຫາຍຟ່ອງ ພວມຍາດແຍ່ງທຸກທ່າໄດ້ປຽບຂອງທ້ອງຖິ່ນແຄມທະເລ ເພື່ອພັດທະນາເສດຖະກິດ. ດ້ວຍທິດກ້າວເດີນອັນຖືກຕ້ອງ, ດຶງດູດການລົງທຶນທີ່ມີຈຸດສຸມ, ໃນອະນາຄົດບໍ່ໄກ ນະຄອນຂຶ້ນກັບສູນກາງນີ້ ຈະກາຍເປັນສູນເສດຖະກິດທະເລທີ່ມີລະດັບສາກົນຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້.

(ແຫຼ່ງຄັດຈາກ VOV)

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ: ຈຳ​ນວ​ນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່​ມ​ຂຶ້ນ.

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ: ຈຳ​ນວ​ນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່​ມ​ຂຶ້ນ.

ທ່ານນາງ Delcy Rodriguez ​ປະ​ທາ​ນາ​ທິ​ບໍ​ດີ ຊົ່ວ​ຄາວ ເວ​ເນ​ຊູ​ເອ​ລາໄດ້​ລົງ​ກວດ​ກາ​ສະ​ພາບ​ຕົວ​ຈິງ ຢູ່ La Guaira ເຊິ່ງ​ແມ່ນ​ສະ​ຖານ​ທີ່​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ​ໃນ​ເຫດ​ແຜ່ນ​ດິນ​ໄຫວ ແລະ ໄດ້​ຮັບ​ການ​ປະ​ກາດ​ວ່າ​ແມ່ນ​ “ເຂດ​ວິ​ນາດ​ຕະ​ກຳ”.

Top