• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳມະກອນແຮງງານຂັ້ນສູງແມ່ນກຳລັງໜູນຂອງການເຕີບໂຕ

ຕອນເຊົ້າວັນທີ 05 ພຶດສະພາ, ທີ່ນະຄອນ ໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ພົບປະ, ໂອ້ລົມສົນທະນາກັບກຳມະກອນ, ຊາວຜູ້ອອກແຮງງານ 1000 ຄົນ, ໃນນັ້ນມີກຳມະກອນ, ຊາວຜູ້ອອກແຮງງານເຕັກນິກສູງ 90 ຄົນ. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ພົບປະ, ໂອ້ລົມສົນທະນາກັບກຳມະກອນ, ຊາວຜູ້ອອກແຮງງານ (ພາບ: VGP)

ເຫດການໂດຍສະຫະພັນໃຫຍ່ແຮງງານ ຫວຽດນາມ ຈັດຕັັ້ງ. ນີ້ເປັນຄັ້ງທີ 4 ທີ່ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ມີການພົບປະ, ໂອ້ລົມສົນທະນາໂດຍກົງກັບຊາວຜູ້ອອກແຮງງານ ເພື່ອຮັບຟັງແນວຄິດຈິດໃຈ, ຄວາມມຸ່ງມາດປາດຖະໜາ, ຂໍ້ສະເໜີນະໂຍບາຍຂອງກຳມະກອນ, ຊາວຜູ້ອອກແຮງງານຕໍ່ການພັດທະນາຂອງວິສາຫະກິດ, ທ້ອງຖິ່ນ, ຂະແໜງການ ແລະ ປະເທດຊາດ.

        ກ່າວຄຳເຫັນທີ່ການໂອ້ລົມສົນທະນາດ້ວຍຫົວຂໍ້ວ່າ “ກຳມະກອນເຕັກນິກສູງແມ່ນໜຶ່ງໃນບັນດາກຳລັງໜູນພັດທະນາປະເທດຊາດ”, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ:

        ຫວຽດນາມ ແມ່ນພື້ນຖານເສດຖະກິດພັດທະນາຢ່າງວ່ອງໄວແຕ່ມີຈຸດເລີ່ມຕົ້ນຕ່ຳ. ເບິ່ງລວມແລ້ວ, ວິສາຫະກິດມີສະມັດຕະພາບຕ່ຳ, ກຳລັງແກ່ງແຍ້ງຂອງແຕ່ລະວິສາຫະກິດ ແລະ ທົ່ວພື້ນຖານເສດຖະກິດຍັງມີຄວາມຈຳກັດ, ຊຶ່ງເຫດຜົນທຳອິດແມ່ນຂາດແຄນກຳມະກອນເຕັກນິກສູງຢ່າງຮ້າຍແຮງ, ທັງດ້ານປະລິມານ ແລະ ຄຸນນະພາບ. ຂ້າພະເຈົ້າຖືວ່າ: ການປ່ຽນແປງໃໝ່ປະດິດຄິດສ້າງ, ວິທະຍາສາດເຕັກໂນໂລຊີແມ່ນໜຶ່ງໃນບັນດາປັດໄຈຕັດສິນຕໍ່ການພັດທະນາປະເທດຊາດ. ດັ່ງນັ້ນ, ການພັດທະນາແຫຼ່ງຊັບພະຍາກອນມະນຸດໄດ້ຮັບການກຳນົດວ່າແມ່ນໜຶ່ງໃນສາມຂອດບຸກທະລຸເພື່ອພັດທະນາປະເທດຊາດ.
 

 (ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top