
ບັນດາຜູ້ແທນເຂົ້າຮ່ວມພິທີເປີດສະຫຼອງແລະນຳເຂົ້າໃຊ້ງານສະຖານີ
ເຄື່ອງສົ່ງວິທະຍຸກະຈາຍສຽງ FM 97.30 MHZ ຢູ່ແຂວງ Prey Veng
ໂຄງການ ໂດຍສະຖານີວິທະຍຸກະຈາຍສຽງຫວຽດນາມຮັບຜິດຊອບກໍ່ສ້າງ, ຕິດຕັ້ງ, ມາຮອດປັດຈຸບັນ ບັນດາລາຍການ ແມ່ນໄດ້ປະຕິບັດສຳເລັດ ແລະ ນຳເຂົ້າໃຊ້ງານຢ່າງເປັນທາງການ. ນີ້ແມ່ນຊ່ອງຂໍ້ມູນຂ່າວສານສຳຄັນ ຊ່ວຍປະຊາຊົນທ້ອງຖິ່ນສາມາດອັບເດດຂໍ້ມູນຂ່າວສານ, ຍົກສູງລະດັບຄວາມຮູ້ຂອງປະຊາຊົນ, ເຮັດໃຫ້ຊີວິດການເປັນຢູ່ດ້ານວັດທະນະທຳ ແລະ ຈິດໃຈຂອງປະຊາຊົນໃນແຂວງ Prey Veng ອຸດົມສົມບູນຂຶ້ນຕື່ມ. ພ້ອມທັງ ແມ່ນພາຫະນະ ຊ່ວຍໃຫ້ອຳນາດການປົກຄອງທ້ອງຖິ່ນໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ, ນະໂຍບາຍ, ກົດໝາຍຢ່າງມີປະສິດທິຜົນ ປະກອບສ່ວນກໍ່ສ້າງລາຊະອານາຈັກກຳປູເຈຍໃຫ້ວັດທະນາຖາວອນ ແລະ ສີວິໄລ.
ມາຮອດປັດຈຸບັນ, ສະຖານີວິທະຍຸກະຈາຍສຽງຫວຽດນາມໄດ້ສຳເລັດການກໍ່ສ້າງ, ຕິດຕັ້ງ ສະຖານີເຄື່ອງສົ່ງກະຈາຍສຽງ 19 ແຫ່ງ ແລະ ສະຖານີເຄື່ອງສົ່ງໂທລະພາບ 02 ແຫ່ງໃຫ້ບັນດາແຂວງ, ນະຄອນຢູ່ກຳປູເຈຍ.
ມາຮອດປັດຈຸບັນ, ສະຖານີວິທະຍຸກະຈາຍສຽງຫວຽດນາມໄດ້ສຳເລັດການກໍ່ສ້າງ, ຕິດຕັ້ງ ສະຖານີເຄື່ອງສົ່ງກະຈາຍສຽງ 19 ແຫ່ງ ແລະ ສະຖານີເຄື່ອງສົ່ງໂທລະພາບ 02 ແຫ່ງໃຫ້ບັນດາແຂວງ, ນະຄອນຢູ່ກຳປູເຈຍ.
(ແຫຼ່ງຄັດຈາກ VOV)