• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳປູເຈຍ ຫວັງວ່າ ອາຊຽນ ແລະ ຈີນ ອາດຈະລົງນາມໃນກົດແຫ່ງການປະພຶດຢູ່ທະເລຕາເວັນອອກ ໃນປີ 2022

      ປີ 2022, ກຳປູເຈຍ ຈະຮັບດຳລົງຕຳແໜ່ງເປັນປະທານ ອາຊຽນ ຄັ້ງທີ 3 ແລະ ໃນໂຄງການດຳເນີນງານ, ປະເທດນີ້ ຈະໃຫ້ບຸລິມະສິດແກ່ການຍູ້ແຮງຄວາມສາມັກຄີຂອງ ອາຊຽນ ແລະ ຮັບປະກັນສັນຕິພາບ ກໍຄື ຄວາມໝັ້ນຄົງຢູ່ ພາກພື້ນ.
ທ່ານນາຍົກລັດຖະມົນຕີ Samdec Techo Hun Sen 
      ທ່ານ Khieu Kanharith ລັດຖະມົນຕີກະຊວງຖະແຫຼງຂ່າວ ກຳປູເຈຍ ໄດ້ຢັ້ງຢືນ ແລະ ຄັດສະເໜີຄຳປາໄສຂອງທ່ານນາຍົກລັດຖະມົນຕີ Samdec Techo Hun Sen ໃນບັນຊີເຟັດບຸກສ່ວນຕົວ ໂດຍສະແດງຄວາມຫວັງວ່າ ເມື່ອ ກຳປູເຈຍ ຮັບດຳລົງຕຳແໜ່ງເປັນປະທານ ອາຊຽນ ໃນປີ 2022, ຈີນ ແລະ ບັນດາປະເທດສະມາຊິກ ອາຊຽນ ອາດຈະລົງນາມໃນກົດແຫ່ງການປະພຶດຢູ່ ທະເລຕາເວັນອອກ (COC). ກ່ອນໜ້ານັ້ນ, ທ່ານຮອງນາຍົກລັດຖະມົນຕີ ກຳປູເຈຍ Hor Namhong ກໍໄດ້ຖະແຫຼງວ່າ ທະເລຕາເວັນອອກ ແມ່ນເຂດທະເລແຫ່ງສັນຕິພາບ, ສະຖຽນລະພາບ, ມີສິດເສລີໃນການເດີນເຮືອ ແລະ ການບິນ. ບັນດາປະເທດທີ່ມີການຂັດແຍ້ງອະທິປະໄຕຢູ່ທະເລຕາເວັນອອກ ຄວນແກ້ໄຂໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ.
        ປີ 2022, ກຳປູເຈຍ ຈະຮັບດຳລົງຕຳແໜ່ງເປັນປະທານ ອາຊຽນ ຄັ້ງທີ 3 ແລະ ໃນໂຄງການດຳເນີນງານ, ປະເທດນີ້ ຈະໃຫ້ບຸລິມະສິດແກ່ການຍູ້ແຮງຄວາມສາມັກຄີຂອງ ອາຊຽນ ແລະ ຮັບປະກັນສັນຕິພາບ ກໍຄື ຄວາມໝັ້ນຄົງຢູ່ ພາກພື້ນ.
(ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top