• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳປູເຈຍ ພ້ອມແລ້ວທີ່ຈະພັດທະນາພ້ອມກັບ RCEP

      ພາຍຫຼັງຕັ້ງໜ້າເຈລະຈາມາເປັນເວລາ 8 ປີຜ່ານຜ່າຄວາມແຕກຕ່າງ ແລະ ສິ່ງທ້າທາຍນາໆປະການ, 10 ປະເທດສະມາຊິກ ອາຊຽນ ພ້ອມດ້ວຍ 5 ປະເທດ ຄູ່ຮ່ວມມືນອກພາກພື້ນ ໄດ້ລົງນາມໃນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ຢ່າງເປັນທາງການໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ເຊິ່ງຖືກຈັດຂຶ້ນຢູ່ ຮ່າໂນ້ຍ ໃນໄລຍະຜ່ານມາ
            ນີ້ແມ່ນຜົນງານອັນໃຫຍ່ຫຼວງຢ່າງແທ້ຈິງຊ່ວຍກຳນົດພາກພື້ນ ການຄ້າເສລີ ທີ່ມີຂອບຂະໜາດໃຫຍ່ທີ່ສຸດໃນໂລກນຳມາເຊິ່ງຜົນປະໂຫຍດໃຫ້ແກ່ທຸກປະເທດສະມາຊິກໃນນັ້ນ ມີ ກຳປູເຈຍວັນໂດ໊ນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ກຳປູເຈຍ ຈະໄຈ້ແຍກຢ່າງລະອຽດ ກ່ຽວກັບບັນຫາດັ່ງກ່າວ ຜ່ານບົດຂຽນດ້ວຍຫົວຂໍ້ວ່າ “ກຳປູເຈຍ ພ້ອມແລ້ວທີ່ຈະພັດທະນາພ້ອມກັບ RCEP”.

ພິທີລົງນາມສັນຍາ RCEP 
      RCEP ໄດ້ຮັບຖືວ່າ ແມ່ນສັນຍາການຄ້າເສລີທີ່ມີຂອບຂະໜາດໃຫຍ່ທີ່ສຸດໃນໂລກ, ດ້ວຍຕະຫຼາດທີ່ມີປະຊາກອນປະມານ 2,2 ຕື້ຄົນ, ກວມເອົາ 30% GDP ແລະ 28% ອັດຕາສ່ວນການແລກປ່ຽນການຄ້າທົ່ວໂລກ. ເລື່ອງລົງນາມໃນສັນຍາ RCEP ໄດ້ຮັບການຕີລາຄາຈາກຫາງສຽງ, ສື່ມວນຊົນ ແລະ ນັກຮຽນຮູ້ ວ່າ ຈະເຮັດໃຫ້ກະແສການຄ້າ ແລະ ການລົງທຶນໃນພາກພື້ນມີການປ່ຽນແປງຢ່າງແຮງ, ຊຸກຍູ້ບັນດາລະບົບສະໜອງພາຍໃນກຸ່ມ, ສ້າງກຳລັງໜູນສຳຄັນໜູນຊ່ວຍແກ່ວິວັດການພັດທະນາເສດຖະກິດ - ສັງຄົມ ແລະ ສິ່ງແວດລ້ອມແບບຍືນຍົງ, ສ້າງກຳລັງໜູນຊຸດຍູ້ການເຕີບໂຕເສດຖະກິດ, ປັບປຸງຊີວິດການເປັນຢູ່ ແລະ ວິທີການຫາລ້ຽງຊີບຂອງປະຊາຊົນໃນພາກພື້ນ, ກໍຄື ຊ່ວຍຟື້ນຟູບັນດາພື້ນຖານເສດຖະກິດ ພາຍຫຼັງວິກິດການຂອງໂລກລະບາດໂຄວິດ - 19.
        ທ່ານ Chheng Kimlong, ຮອງປະທານສະຖາບັນ ວິໄສທັດ ອາຊີ (AVI) ຂອງ ກຳປູເຈຍ ຕີລາຄາວ່າ, ເລື່ອງເຂົ້າຮ່ວມສັນຍາ RCEP ໄດ້ນຳມາກາລະໂອກາດໃໝ່ຫຼາຍຢ່າງໃຫ້ແກ່ ກຳປູເຈຍ, ເປັນຕົ້ນແມ່ນ ເປີດກວ້າງບັນດາຕະຫຼາດສົ່ງອອກທີ່ຍັງບໍ່ທັນໄດ້ຮັບການຂຸດຄົ້ນ, ເພີ່ມທະວີການດຶງດູດການລົງທຶນຈາກຕ່າງປະເທດ ແລະ ມີໂອກາດຢ່າງໃຫຍ່ຫຼວງກວ່າເພື່ອຍົກລະດັບພື້ນຖານເສດຖະກິດ ແລະ ພື້ນຖານການເຕີບໂຕເສດຖະກິດຂອງປະເທດ. ກຳປູເຈຍ ຈະຕ້ອງສ້າງໂຄງປະກອບຕະຫຼາດສົ່ງອອກຄືນໃໝ່, ສ້າງຜະລິດຕະພັນໃຫ້ຫຼາກຫຼາຍ, ຍົກສູງກຳລັງຄວາມສາມາດແກ້ງແຍ້ງຂອງຜະລິດຕະພັນ ແລະ ການບໍລິການທີ່ມີຕໍ່ຕະຫຼາດພາຍໃນ ແລະ ການສົ່ງອອກ. ສັນຍາ RCEP ກໍໄດ້ສ້າງເງື່ອນໄຂເພື່ອໃຫ້ ກຳປູເຈຍ ສືບຕໍ່ນະໂຍບາຍເປີດປະຕູ, ດຶງດູດແຫຼ່ງເງິນລົງທຶນ ແລະ ເຕັກໂນໂລຢີພາຍໃນກຸ່ມ ເພື່ອສ້າງພື້ນຖານພັດທະນາເສດຖະກິດ. ທ່ານ Chheng Kimlong ແບ່ງປັນວ່າ:
        “ເລື່ອງເຂົ້າຮ່ວມການລົງນາມໃນສັນຍາ RCEP ຈະນຳມາເຊິ່ງຜົນປະໂຫຍດທີ່ໃຫຍ່ຫຼວງຫຼາຍຢ່າງໃຫ້ແກ່ ກຳປູເຈຍທຳອິດແມ່ນ ເປີດກວ້າງຕະຫຼາດ. ພິເສດ, ເມື່ອໝູນໃຊ້ສັນຍາດັ່ງກ່າວແມ່ນກັບກອບນິຕິກຳປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງ ກຳປູເຈຍ, ກໍຄືລະຫວ່າງບັນດາປະເທດນ້ອຍອື່ນໆກັບບັນດາຄູ່ຮ່ວມມືທີ່ໃຫຍ່ກວ່າ”.

ກຳປູເຈຍ ພ້ອມແລ້ວທີ່ຈະພັດທະນາພ້ອມກັບ RCEP 
      ທ່ານ Mey Kalyan, ປະທານ ສະຖາບັນພັດທະນາແຫຼ່ງກຳລັງຂອງ ກໍາປູເຈຍ ໃຫ້ຮູ້ວ່າ, ໂດຍແມ່ນພົນລະເມືອງຂອງ ກຳປູເຈຍ, ທ່ານມີຄວາມປິຕິຊົມຊື່ນ ແລະ ເຊື່ອໝັ້ນວ່າ ສັນຍາ RCEP ຈະຊຸກຍູ້ການພັດທະນາຂອງພາກພື້ນ ພາຍຫຼັງໂລກລະບາດໂຄວິດ - 19, RCEP ແນ່ນອນວ່າ ຈະສວມບົດບາດສຳຄັນຍິ່ງໃນຈຸດເວລາທີ່ພື້ນຖານເສດຖະກິດທົ່ວໂລກພວມຂາດຄວາມດຸ່ນດ່ຽງ ຍ້ອນໂລກລະບາດໂຄວິດ - 19 ແລະ ລັດທິອາລັກຂາ. ໃນສະພາບການປັດຈຸບັນ, ສັນຍາ RCEP ຈະນຳມາເຊິ່ງກາລະໂອກາດຫຼາຍຢ່າງໃຫ້ແກ່ ກຳປູເຈຍ ເພື່ອຊຸກຍູ້ວົງເງິນການຄ້າກັບບັນດາປະເທດສະມາຊິກ, ດ້ານອື່ນ ກຳປູເຈຍ ກໍຕ້ອງມານະພະຍາຍາມຫຼາຍກວ່າອີກ ເພື່ອກຳແໜ້ນບັນດາໂອກາດດັ່ງກ່າວ.
        ໂດຍມີທັດສະນະຄືກັນກັບທ່ານ Mey Kalyan, ທ່ານ Pho Vy - ນັກຂ່າວຮັບຜິດຊອບດ້ານເສດຖະກິດຂອງ ວິທະຍຸກະຈາຍສຽງ ແລະ ໂທລະພາບ Apsara ໃຫ້ຂໍ້ສັງເກດວ່າ: ສັນຍາ RCEP ຈະນຳມາເຊິ່ງກາລະໂອກາດໃຫ້ແກ່ ກຳປູເຈຍ ແຕ່ຄຽງຄູ່ກັນນັ້ນ ກໍມີບັນດາສິ່ງກີດຂວາງຮຽກຮ້ອງໃຫ້ ກຳປູເຈຍ ຕ້ອງຜ່ານຜ່າ. ທ່ານ Pho Vy ໃຫ້ຮູ້ວ່າ:
        “ພ້ອມກັບບັນດາຜົນປະໂຫຍດທີ່ໃຫຍ່ຫຼວງນັ້ນ, ສັນຍາ RCEP ກໍເຮັດໃຫ້ ກຳປູເຈຍ ຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງ. ທຳອິດ ແມ່ນບັນຫາແຫຼ່ງຊັບພະຍາກອນມະນຸດ. ກຳປູເຈຍ ກະກຽມໄດ້ແຫຼ່ງຊັບພະຍາກອນ ພ້ອມແລ້ວທີ່ຈະຕອບສະໜອງໄດ້ບັນດາຄວາມຕ້ອງການໃນໄລຍະຈະມາເຖິງແລ້ວຫຼືບໍ? ທີສອງແມ່ນ ຕະຫຼາດນຳເຂົ້າ - ສົ່ງອອກ. ກຳປູເຈຍ ຕ້ອງເຮັດແນວໃດເພື່ອສ້າງຄວາມດຸ່ນດ່ຽງລະຫວ່າງຕະຫຼາດສົ່ງອອກ ກັບຕະຫຼາດນຳເຂົ້າ.”
        ສັນຍາ RCEP ໄດ້ເລີ່ມເຄື່ອນໄຫວແຕ່ເດືອນພະຈິກ 2012 ຢູ່ ພະນົມເປັນ, ເຊິ່ງເວລານັ້ນ ກຳປູເຈຍ ເປັນປະເທດເຈົ້າພາບໝູນວຽນ ອາຊຽນ ດ້ວຍຄວາມຫວັງສ້າງສະພາບແວດລ້ອມເສລີ ແລະ ລົງທຶນເປີດກວ້າງລະຫວ່າງ 10 ປະເທດສະມາຊິກ ອາຊຽນ ແລະ ບັນດາພື້ນຖານເສດຖະກິດພັດທະນາໃນພາກພື້ນ. ຜ່ານການຄົ້ນຄວ້າຕ່າງໆ, ບັນດານັກຊ່ຽວຊານໄດ້ຄາດຄະເນວ່າ ພາຍຫຼັງສັນຍາ RCEP ມີຜົນສັກສິດ ຈະຊ່ວຍໃຫ້ຂະແໜງສົ່ງອອກໃນແຕ່ລະປີຂອງ ກຳປູເຈຍ ເພີ່ມຂຶ້ນຕື່ມອີກ 7,3%, ການລົງທຶນໂດຍກົງຈາກຕ່າງປະເທດເພີ່ມຂຶ້ນ 23,4% ແລະ GDP ເພີ່ມຂຶ້ນປະມານ 2%./.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top