• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກາ​ນ​ນຳ ພັກ , ລັດ ຫວຽດ​ນາມ ຢ້ຽມ​ຢາມ, ອວຍ​ພອນ​ປີ​ໃໝ່ຢູ່​ທ້ອງ​ຖິ່ນ​ຕ່າງໆ

ທ່ານ ຟ້າມມິງຈິ໊ງ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄປຢ້ຽມຢາມ, ອວຍພອນປີໃໝ່ ແລະ ມອບຂອງຂວັນໃຫ້ແກ່ຄອບຄົວທຸກຍາກ, ກຳມະກອນ, ຊາວຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກຢູ່ແຂວງ ຮວ່າບິ່ງ.
ທ່ານປະທານສານປະຊາຊົນສູງສຸດ ຫງວຽນຮວ່າບິ່ງ ແລະ ທ່ານ ເຈິ່ນຕ໊ວນແອັງ  ຫົວໜ້າຄະນະເສດຖະກິດສູນກາງພັກ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ອວຍພອນປີໃໝ່ອົງຄະນະພັກແຂວງ ແລະ ປະຊາຊົນແຂວງ ກວ໋າງງາຍ

ວັນທີ 7 ກຸມພາ, ຢູ່ແຂວງ ກວ໋າງງາຍ, ທ່ານປະທານສານປະຊາຊົນສູງສຸດ ຫງວຽນຮວ່າບິ່ງ ແລະ ທ່ານ ເຈິ່ນຕ໊ວນແອັງ  ຫົວໜ້າຄະນະເສດຖະກິດສູນກາງພັກ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ລົງໄປອວຍພອນປີໃໝ່ອົງຄະນະພັກແຂວງ ແລະ ປະຊາຊົນແຂວງ ກວ໋າງງາຍ ແລະ ມອບຂອງຂວັນເກືອບ 400 ພູດ ໃຫ້ແກ່ຄອບຄົວທຸກຍາກ, ຄອບຄົວເປົ້າໝາຍນະໂຍບາຍ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ. ໃນການເຮັດວຽກກັບການນຳແຂວງ ກວ໋າງງາຍ, ທ່ານ ຫງວຽນຮວ່າບິ່ງ ປາດຖະໜາວ່າ:

        “ພວກຂ້າພະເຈົ້າປາດຖະໜາວ່າ ການນຳແຂວງ ກວ໋າງງາຍ ຈະປ່ຽນແປງຈິນຕະນາການບຸກທະລຸໃໝ່. ແຫຼ່ງກຳລັງໃນໝູ່ປະຊາຊົນ, ວິສາຫະກິດ, ນັກທຸລະກິດທີ່ມີຄວາມສົນໃຈເຖິງ ກວ໋າງງາຍ, ນັກທຸລະກິດ ທີ່ມີບ້ານເກີດເມືອງນອນຢູ່ ກວ໋າງງາຍ ໃນທົ່ວປະເທດ ຍັງມີຢ່າງຫຼວງຫຼາຍ”.

        ໃນວັນດຽວກັນ, ທ່ານ ຟານດິ່ງຈາກ, ຫົວໜ້າຄະນະ ການເມືອງພາຍໃນສູນກາງພັກ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ, ມອບຂອງຂັວນ ແລະ ອວຍພອນປີໃໝ່ພະນັກງານ, ນັກຮົບຢູ່ປ້ອມປ້ອງກັນຊາຍແດນ ດ່ານຊາຍແດນ ອາເດິດ, ກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ເທື່ອທຽນ - ເຫວ້ ແລະ ເມືອງ ອາເລື໊ອຍ, ແຂວງ ເທື່ອທຽນ - ເຫວ້. ທ່ານ ຟານດິ່ງຈາກ ໄດ້ມອບຂອງຂວັນ 400 ພູດ ໃຫ້ແກ່ບັນດາຄອບຄົວທຸກຍາກ, ຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວປະສົບກັບຄວາມຫຍຸ້ງຍາກໃນບໍລິເວນເມືອງ ອາເລື໊ອຍ, ເຊິ່ງແຕ່ລະພູດມີມູນຄ່າ 1.150.000 ລ້ານດົ່ງ.

        ກໍໃນວັນດຽວກັນ, ທ່ານ ຟ້າມມິງຈິ໊ງ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ກໍໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່ ແລະ ມອບຂອງຂວັນໃຫ້ແກ່ຄອບຄົວທຸກຍາກ, ກຳມະກອນ, ຊາວຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກຢູ່ແຂວງ ຮວ່າບິ່ງ ເຊັ່ນດຽວກັນ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top