• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​​ປຶກ​ສາ​ຫາ​ລືດ້ານ​ການ​ເມືອງ ຂັ້ນ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ - ມົງ​ໂກນ ຄັ້ງ​ທີ 10

ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນມິງຫວູ ສະເໜີໃຫ້ສອງຝ່າຍສືບຕໍ່ຮັກສາການເຄື່ອນໄຫວພົບປະແລກປ່ຽນຄະນະຜູ້ແທນ, ການພົບປະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ ລະຫວ່າງສູນກາງ ແລະ ທ້ອງຖິ່ນສອງປະເທດ ດ້ວຍຫຼາຍຮູບຫຼາຍແບບຢ່າງຂະຫຍັນຂັນເຄື່ອນ; ເອົາໃຈໃສ່ເປັນພິເສດເຖິງການເພີ່ມທະວີການພົວພັນໃນຊ່ອງທາງພັກ, ລັດຖະສະພາ ແລະ ຊຸກຍູ້ການທູດປະຊາຊົນຢ່າງແຮງກວ່າອີກ.

ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນມິງຫວູ ສະເໜີໃຫ້ສອງຝ່າຍສືບຕໍ່ຮັກສາການເຄື່ອນໄຫວພົບປະແລກປ່ຽນຄະນະຜູ້ແທນ, ການພົບປະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ ລະຫວ່າງສູນກາງ ແລະ ທ້ອງຖິ່ນສອງປະເທດ ດ້ວຍຫຼາຍຮູບຫຼາຍແບບຢ່າງຂະຫຍັນຂັນເຄື່ອນ; ເອົາໃຈໃສ່ເປັນພິເສດເຖິງການເພີ່ມທະວີການພົວພັນໃນຊ່ອງທາງພັກ, ລັດຖະສະພາ ແລະ ຊຸກຍູ້ການທູດປະຊາຊົນຢ່າງແຮງກວ່າອີກ.

    

ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ຕ້ອນຮັບ ທ່ານຮອງລັດຖະມົນຕີການຕ່າງປະເທດ ມົງໂກນ Batsumber Munkhjin 

ວັນທີ 23 ກັນຍາ, ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານຮອງລັດຖະມົນຕີການຕ່າງປະເທດ ມົງໂກນ Batsumber Munkhjin ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ແລະ ເປັນປະທານຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງລະຫວ່າງສອງກະຊວງການຕ່າງປະເທດ ຫວຽດນາມ - ມົງໂກນ. ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ໄດ້ເນັ້ນໜັກວ່າ: ຫວຽດນາມ ຍາມໃດກໍຖືເປັນສຳຄັນ ແລະ ປາດຖະໜາຢາກພັດທະນາການພົວພັນຮ່ວມມືກັບ ມົງໂກນ ຫຼາຍກວ່າອີກ; ສະເໜີສອງປະເທດ ສືບຕໍ່ຊຸກຍູ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆຂອງທັງສອງຝ່າຍ ເພີ່ມທະວີການພົວພັນແລກປ່ຽນ, ຜັນຂະຫຍາຍບັນດາເນື້ອໃນຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍໃຫ້ມີປະສິດທິຜົນ.

 ໃນວັນດຽວກັນ, ທ່ານຮອງລັດຖະມົນຕີ ຜູ້ປະຈຳການ ກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ ແລະ ທ່ານຮອງລັດຖະມົນຕີການຕ່າງປະເທດ ມົງໂກນ Batsumber Munkhjin ເປັນປະທານຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງລະຫວ່າງສອງກະຊວງການຕ່າງປະເທດ ຫວຽດນາມ - ມົງໂກນ ຄັ້ງທີ 10. ນະທີ່ນີ້, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນມິງຫວູ ສະເໜີໃຫ້ສອງຝ່າຍສືບຕໍ່ຮັກສາການເຄື່ອນໄຫວພົບປະແລກປ່ຽນຄະນະຜູ້ແທນ, ການພົບປະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ ລະຫວ່າງສູນກາງ ແລະ ທ້ອງຖິ່ນສອງປະເທດ ດ້ວຍຫຼາຍຮູບຫຼາຍແບບຢ່າງຂະຫຍັນຂັນເຄື່ອນ; ເອົາໃຈໃສ່ເປັນພິເສດເຖິງການເພີ່ມທະວີການພົວພັນໃນຊ່ອງທາງພັກ, ລັດຖະສະພາ ແລະ ຊຸກຍູ້ການທູດປະຊາຊົນຢ່າງແຮງກວ່າອີກ; ສືບຕໍ່ຊຸກຍູ້ການຮ່ວມມືທາງດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃຫ້ມີປະສິດທິຜົນ. ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ສອງຝ່າຍຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ, ສຶກສາກາລະໂອກາດຍົກສູງວົງເງິນການຄ້າສອງສົ້ນໃນໄລຍະຈະມາເຖິງ.

        ສຳລັບບັນຫາສາກົນ ແລະ ພາກພື້ນ, ສອງຝ່າຍຖືວ່າ ຕ້ອງແກ້ໄຂຄວາມບໍ່ລົງລອຍກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ ຜ່ານການເຈລະຈາ ໂດຍອີງໃສ່ກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top