• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ເລືອ​ກ​ຕັ້ງ ອາ​ເມ​ລິ​ກາ 2024: ທ່ານ​ນາງ Kamala Harris ພວມ​ມີ​ທ່າ​ໄດ້​ປຽບ​ຕໍ່​ທ່ານ Donald Trump

ຕາມໝາກຜົນຂອງການສຳຫຼວດທີ່ໄດ້ປະກາດໃນວັນທີ 22 ກັນຍາ ຂອງ NBC, ໃນຈຳນວນຜູ້ມີສິດເລືອກຕັ້ງ 1000 ຄົນທີ່ໄດ້ທາບທາມຄຳເຫັນ, ມີ 48%ຈຳນວນຜູ້ໄດ້ຖາມມີການຕອບກັບທີ່ຕັ້ງໜ້າໃຫ້ແກ່ທ່ານນາງ Harris, ໃນຂະນະທີ່ທ່ານ Trump ໄດ້ຮັບ ພຽງແຕ່ 38% ເທົ່ານັ້ນ
ທ່ານນາງ Kamala Harris ຮອງປະທານາທາບໍດີ ອາເມິລກາ (ພາບ: Kyodo/TTXVN)

ໝາກຜົນຂອງການຢັ່ງຫາສຽງເລືອກຕັ້ງຄັ້ງຫຼ້າສຸດ ໂດຍສຳນັກຂ່າວສານ NBC ແລະ CBS ປະຕິບັດ ສະແດງໃຫ້ເຫັນວ່າ ທ່ານນາງ Kamala Harris ຮອງປະທານາທາບໍດີ ອາເມິລກາ ຜູ້ອອກສະໝັກຮັບເລືອກຕັ້ງຂອງພັກປະຊາທິປະໄຕ, ພວມມີສັນຍານບຸກທະລຸເມື່ອທຽບໃສ່ກັບຜູ້ອອກສະໝັກຮັບເລືອກຕັ້ງຂອງພັກສາທາລະນະ ໂດຍແມ່ນທ່ານ Donald Trump, ເມື່ອນຳໜ້າທ່ານອະດີດປະທານາທິບໍດີ ອາເມລິກາ ໃນບັນດາການຢັ່ງຫາສຽງເລືອກຕັ້ງ.

ລະອຽດແມ່ນ, ຕາມໝາກຜົນຂອງການສຳຫຼວດທີ່ໄດ້ປະກາດໃນວັນທີ 22 ກັນຍາ ຂອງ NBC, ໃນຈຳນວນຜູ້ມີສິດເລືອກຕັ້ງ 1000 ຄົນທີ່ໄດ້ທາບທາມຄຳເຫັນ, ມີ 48%ຈຳນວນຜູ້ໄດ້ຖາມມີການຕອບກັບທີ່ຕັ້ງໜ້າສະຫງວນໃຫ້ທ່ານນາງ Harris, ໃນຂະນະທີ່ທ່ານ Trump ໄດ້ຮັບ ພຽງແຕ່ 38% ເທົ່ານັ້ນ. ໃນຂະນະນັ້ນ, ການສຳຫຼວດຂອງ CBS ສະແດງໃຫ້ເຫັນວ່າ ທ່ານນາງ Kamala Harris ນຳໜ້າທ່ານ Trumpດ້ວຍ 4 ຄະແນນ%, ດ້ວຍອັດຕາສ່ວນ 52% - 48%. ບັນດາໝາກຜົນນີ້ເໝາະສົມ ກັບ ການສຳຫຼວດຫວ່າງແລ້ວນີ້ ໂດຍສຳນັກຂ່າວສານ Reuters/Ipsos ປະຕິບັດ ເຖິງວ່າການສຳຫຼວດນີ້ສະແດງໃຫ້ເຫັນການແຂ່ງຂັນກັນຢ່າງດຸເດືອດກ່ວາ ລະຫວ່າງ ຜູ້ອອກສະໝັກຮັບເລືອກຕັ້ງ 2 ຄົນ.

ວົງການນັກໄຈ້ແຍກ ໄດ້ໃຫ້ຂໍ້ສັງເກດວ່າ ເຖິງວ່າບັນດາການຢັ່ງຫາສຽງໃນທົ່ວປະເທດ ອາເມລິກາ ສະແດງໃຫ້ເຫັນຫຼາຍສັນຍານສຳຄັນ, ເຖິງຢ່າງໃດກໍຕາມ ຈຳນວນບັດເລືອກຕັ້ງຂອງຜູ້ມີສິດເລືອກຕັ້ງ ຈຶ່ງແມ່ນປັດໄຈຕັດສິນເຖິງຄວາມສາມາດຍາດໄດ້ໄຊຊະນະຂອງທ່ານ Trump ຫຼື ທ່ານນາງ Harris. ໃນນັ້ນ, ມີບາງລັດສວມບົດບາດຫຼັກແຫຼ່ງໃນການແຂ່ງຂັນນີ້ຄື: Pennsylvania, Nevada ຫຼື Wisconsin.

 

(ແຫຼ່ງຄັດຈາກ VOV)

ອັດ​ເວ​ທີ​ປາ​ໄສ AFF 2026: ມີຫຼາຍ​ຂໍ້​ລິ​ເລີ່ມ​ໃຫ້​ແກ່​ອະ​ນາ​ຄົດ​ຂອງ​ພາກ​ພື້ນ

ອັດ​ເວ​ທີ​ປາ​ໄສ AFF 2026: ມີຫຼາຍ​ຂໍ້​ລິ​ເລີ່ມ​ໃຫ້​ແກ່​ອະ​ນາ​ຄົດ​ຂອງ​ພາກ​ພື້ນ

ພາຍຫຼັງ​ເຮັດ​ວຽກ​ມາ​ເປັນ​ເວ​ລາ 2 ວັນ (ວັນ​ທີ 9 – 10 ມິ​ຖຸ​ນາ), ດ້ວຍຫຼາຍ​ວາ​ລະ​ປຶກ​ສາ​ຫາ​ລື​ລົງ​ເລິກ ແລະ ບັນ​ດາ​ຂໍ້​ລິ​ເລີ່ມ​ໃໝ່, ຕອນ​ບ່າຍ​ວັນ​ທີ 10 ມິ​ຖຸ​ນາ, ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ 2026 (AFF 2026) ໄດ້​ອັດ​ລົງ​ຢູ່ ຮ່າ​ໂນ້ຍ.

Top