• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ເລືອກ​ຕັ້ງ ອາ​ເມ​ລິ​ກາ ປີ 2024: ທ່ານ​ນາງ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ Kamala Harris ສ້າງ​ຄວາມ​ປ​ະ​ທັບ​ໃຈ​ຢູ່ 6 ໃນ​ຈຳ​ນວນ 7 ລັດ ຍຸ​ດ​ທະ​ສາດ

ທ່ານນາງ ຮອງປະທານາທິບໍດີ ອາເມລິກາ Kamala Harris, ຜູ້ອາດຈະກາຍເປັນຜູ້ສະໝັກເລືອກຕັ້ງຂອງພັກປະຊາທິປະໄຕໃນການເລືອກຕັ້ງປະທານາທິບໍດີ ອາເມລິກາ ຈະມາເຖິງ ຍາດໄດ້ທ່າໄດ້ປຽບຫຼາຍກວ່າ ຄູ່ແຂ່ງຂອງພັກສາທາລະນະ, ທ່ານ Donald Trump, ຢູ່ 6 ໃນ 7 ລັດຍຸດທະສາດ.
ທ່ານນາງ ຮອງປະທານາທິບໍດີ ອາເມລິກາ Kamala Harris (ພາບ: THX/TTXVN)

ຜົນການຢັ່ງຫາງສຽງ ທີ່ໄດ້ປະກາດໃນວັນທີ 30 ກໍລະກົດ ຢູ່ ອາເມລິກາ ຊີ້ໃຫ້ເຫັນວ່າ ທ່ານນາງ ຮອງປະທານາທິບໍດີ ອາເມລິກາ Kamala Harris, ຜູ້ອາດຈະກາຍເປັນຜູ້ສະໝັກເລືອກຕັ້ງຂອງພັກປະຊາທິປະໄຕໃນການເລືອກຕັ້ງປະທານາທິບໍດີ ອາເມລິກາ ຈະມາເຖິງ ຍາດໄດ້ທ່າໄດ້ປຽບຫຼາຍກວ່າ ຄູ່ແຂ່ງຂອງພັກສາທາລະນະ, ທ່ານ Donald Trump, ຢູ່ 6 ໃນ 7 ລັດຍຸດທະສາດ.

ການຢັ່ງຫາງສຽງຂອງ Bloomberg News/Morning Consult ໄດ້ຮັບການປະຕິບັດທາງອອນໄລ ແຕ່ວັນທີ 24 – 28 ກໍລະກົດ ພາຍຫຼັງທີ່ປະທານາທິບໍດີ Joe Biden ຢຸດຕິການຫາສຽງເລືອກຕັ້ງ, ໄດ້ຊີ້ໃຫ້ເຫັນວ່າ ທ່ານນາງ Kamala Harris ໄດ້ລື່ນກາຍທ່ານ Donald Trump  ຢູ່ລັດ Michigan ດ້ວຍ 11 ຄະແນນ, ໃນຂະນະນັ້ນມີການຫຼຸດລືນກັນຢູ່ບັນດາລັດ Arizona, Wisconsin ແລະ  Nevada ແມ່ນ 2 ຄະແນນ.  ທ່ານ Trump ນຳໜ້າຕໍ່ຄູ່ແຂ່ງຢູ່ລັດ Pennsylvania ດ້ວຍ 4 ຄະແນນ ແລະ ຢູ່    Carolina ເໜືອ ດ້ວຍ 2 ຄະແນນ. ສະເພາະຢູ່ລັດ Georgia, ສອງຝ່າຍໄດ້ຮັບການສະໜັບສະໜູນທໍ່ກັນ.  

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top