• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ເດີນ​ທາງຕາມ​ຮ້ອຍ​ຕິນ​ຂອງ​ປະ​ທານ ​ໂຮ່​ຈີ​ມິນ ຢູ່ ​ລາວ

ເຂົ້າ​ຮ່ວມ​ເຫດ​ການ​ມີ​ຜູ້​ແທນກວ່າ 120 ທ່ານໂດຍ​ທ່ານ ຫງວຽນ​ມິງ​ເຕິນ​ ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ລ​າວ ເປັນ​ຫົວ​ໜ້າ​ຄະ​ນະ. ພ້ອມ​ກັບ​ການ​ເຂົ້າ​ຮ່ວມ​ເປັນ​ຈຳ​ນວນຫຼາຍ​ຂອງ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ​ຂອງ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ລາວ, ບັນ​ດາ​ອົງ​ການ​ຄ້າງ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ລາວ
  ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ມິງ​ເຕິມ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຖ່າຍ​ຮູບ​ເປັນ​ທີ່​ລະ​ນຶກ​ຢູ່ ອະ​ນຸ​ສາ​ວາ​ລີ ສຳ​ພັນ​ສູ້​ຮົບ ຫວຽດ - ລາວ, ແຂວງ ຄຳ​ມ່ວນ (ພາບ: VOV)  

ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 136 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ ​ໂຮ່​ຈີ​ມິນ (19/5/1890 - 19/5/2026), ອົງ​ຄະ​ນະ​ພັກ ຫວຽດ​ນາມ ປະ​ຈຳຢູ່ ​ລາວ ໄດ້​ຈັດ​ການ​ຂະ​ບວນ​ການ “ເດີນ​ທາງ ຕາມ​ຮ້ອຍ​ຕິນ​ຂອງ​ປະ​ທານ​ ໂຮ່​ຈີ​ມິນ” ຢູ່​ເຂດ​ພາກ​ກາງ ​ລາວ ໃນ​ວັນ​ທີ 15 ແລະ 16 ພຶດ​ສະ​ພາ. ນີ້​ແມານ​ການ​ເຄື່ອນ​ໄຫວ​ດ້ານ​ການ​ເມືອງ, ວັດ​ທະ​ນະ​ທຳ​ທີ່​ມີ​ຄວາມ​ໝາຍ​ເລິກ​ເຊິ່ງ.

ເຂົ້າ​ຮ່ວມ​ເຫດ​ການ​ມີ​ຜູ້​ແທນກວ່າ 120 ທ່ານໂດຍ​ທ່ານ ຫງວຽນ​ມິງ​ເຕິນ​ ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ລ​າວ ເປັນ​ຫົວ​ໜ້າ​ຄະ​ນະ. ພ້ອມ​ກັບ​ການ​ເຂົ້າ​ຮ່ວມ​ເປັນ​ຈຳ​ນວນຫຼາຍ​ຂອງ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ​ຂອງ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ລາວ, ບັນ​ດາ​ອົງ​ການ​ຄ້າງ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ລາວ, ພ້ອມ​ກັບ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ ​ຫວຽດ​ນາມ ​ໄດ້​ດຳ​ລົງ​ຊີ​ວິດ, ຮ່ຳ​ຮຽນ ແລະ ເຮັດ​ວຽກ​ຢູ່ ລາວ ​ເປັນ​ຈຳ​ນວນຫຼາຍ.

ໃນ​ວັນ​ທີ 16 ພຶດ​ສະ​ພາ, ຢູ່​ເຂດຮ່ອງ​ຮອຍ​ປະ​ຫວັດ​ສາດ​ປະ​ທານ ​ໂຮ່​ຈີ​ມິນ ​ຢູ່​ບ້ານ ​ຊຽງ​ວາງ, ແຂວງ ໜອງ​ບົກ, ແຂວງ ຄຳ​ມ່ວນ, ລາວ, ອົງ​ຄະ​ນະ​ພັກ ຫວຽດ​ນາມ ​ປະ​ຈຳ​ລາວ ໄດ້​ເປັນ​ກຽດ​ຈັດ​​ພິ​ທີ​ຖະ​ຫວາຍດອກ​ໄມ້, ຈຸດ​ທູບ​ໃຕ້​ທຽນ​ຕໍ່​ຈິດ​ວິນ​ຍານ​ຂອງ​ປະ​ທານ ​ໂຮ່​ຈີ​ມິນ, ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື ແລະ ຄວາມ​ຮູ້​ບຸນ​ຄຸນ​ຢ່າງ​ເລິກ​ເຊິ່ງ​ຕໍ່​ການ​ນຳ​ອັນ​ຍິ່ງ​ໃຫຍ່ຂອງ​ຊາດ ​ຫວຽດ​ນາມ, ເພື່ອນ​ມິດ​ຍິ່ງ​ໃຫຍ່​ທີ່​ສະ​ໜິດ​ສະ​ໜົມ​ຂອງ​ປະ​ຊາ​ຊົນ ​ລາວ ​ບັນ​ດາ​ເຜົ່າ.

(ແຫຼ່ງຄັດຈາກ VOV)

ບົດ​ຂ​ຽນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ: ແສງສະ​ຫວ່າງ ​ໂຮ່​ຈີ​ມິນ ເຍືອງ​ທາງ​ໃຫ້​ແກ່​ພວກ​ເຮົາ​ເດີນ

ບົດ​ຂ​ຽນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ: ແສງສະ​ຫວ່າງ ​ໂຮ່​ຈີ​ມິນ ເຍືອງ​ທາງ​ໃຫ້​ແກ່​ພວກ​ເຮົາ​ເດີນ

ໃນ​ບົດ​ຂຽນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ຮູ້​ວ່າ​ ວັນ​ທີ 19 ພຶດ​ສະ​ພາ 2026 ແມ່ນ​ວັນ​ສະ​ເຫຼີມ​ສະຫຼອງ 136 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ ​ໂຮ່​ຈີ​ມິນ ຜູ້​ຍິ່ງ​ໃຫຍ່​ໃນ​ຈຸດ​ເວ​ລາ​ທີ່​ມີ​ຄວາມ​ໝາຍ​ພິ​ເສດ.

Top