• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ເຈ​ລະ​ຈາ​ ລະ​ຫວ່າງ ອາ​ຊຽນ - ສ.ເກົາຫຼີ ຄັ້ງ​ທີ 24

ຕອນເຊົ້າວັນທີ 26 ສິງຫາ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫວຽນກວັກຢຸງ, ຫົວໜ້າ SOM ອາຊຽນ ຫວຽດນາມ ໄດ້ເຂົ້າຮ່ວມການເຈລະຈາປະຈຳປີຂັ້ນຮອງລັດຖະມົນຕີ ລະຫວ່າງ ອາຊຽນ ແລະ ສ.ເກົາຫຼີ ຄັ້ງທີ 24 ຊຶ່ງຖືກຈັດຂຶ້ນຜ່ານທາງອອນລາຍ.

ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫວຽນກວັກຢຸງ, ຫົວໜ້າ SOM ອາຊຽນ ຫວຽດນາມ 

ທີ່ກອງປະຊຸມເຈລະຈາ, ສອງຝ່າຍໄດ້ເຫັນດີສືບຕໍ່ຜັນຂະຫຍາຍແຜນການດຳເນີນງານ ລະຫວ່າງ ອາຊຽນ - ສ.ເກົາຫຼີ ຢ່າງມີປະສິດທິຜົນ, ຍູ້ແຮງການຮ່ວມມືກັນ ເພື່ອສືບຕໍ່ຮັບມື ແລະ ຫຼຸດຜ່ອນຜົນກະທົບຈາກ ໂຄວິດ - 19, ເພີ່ມທະວີການຮ່ວມມືໃນບັນດາຂົງເຂດບຸລິມະສິດ.

        ຝ່າຍ ສ.ເກົາຫຼີ  ຢັ້ງຢືນວ່າ ສ.ເກົາຫຼີ ຈະສືບຕໍ່ຍູ້ແຮງການຮ່ວມມືກັບ ອາຊຽນ ຜ່ານໂຄງການຮັບມືໄວຕໍ່ ໂຄວິດ - 19 ລວມມູນຄ່າ 10 ລ້ານ USD, ບັນດາການເຄື່ອນໄຫວແບ່ງປັນຂໍ້ມູນ ແລະ ປະສົບການປ້ອງກັນ, ສະກັດກັ້ນ ແລະ ປິ່ນປົວ, ຍົກສູງກຳລັງຄວາມສາມາດໃຫ້ແກ່ບັນດາສູນສາທາລະນະສຸກໃນພາກພື້ນ; ສົມທົບກັນຢ່າງແໜ້ນແຟ້ນກັບ ອາຊຽນ ໃນການຄົ້ນຄວ້າ ແລະ ຜະລິດ ວັກຊິນ ແລະ ຢຸກຢາປິ່ນປົວ ໂຄວິດ - 19.

        ກ່ຽວກັບສະພາບການສາກົນ ແລະ ພາກພື້ນ , ບັນດາປະເທດ ອາຊຽນ ແລະ ສ.ເກົາຫຼີ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ ເຊື່ອມຕໍ່ການເຈລະຈາໂດຍໄວ, ປະຕິບັດບັນດາມະຕິຂອງສະພາຄວາມໝັ້ນຄົງ ສປຊ ແລະ ບັນດາຂໍ້ຕົກລົງທີ່ບັນລຸໄດ້ຢ່າງຄົບຖ້ວນ, ຊຸກຍູ້ການເຈລະຈາ, ການຮ່ວມມື, ຮັກສາສັນຕິພາບ, ສະຖຽນລະພາບ, ສ້າງແຫຼມເກົາຫຼີ ປອດນິວເຄຼຍ. ສ.ເກົາຫຼີ ສະໜັບສະໜູນຫຼັກໝັ້ນ, ຫຼັກການຂອງ ອາຊຽນ, ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນ ຢູ່ທະເລຕາເວັນອອກ, ເຄົາລົບກົດໝາຍສາກົນ, ແກ້ໄຂບັນຫາການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍ ແລະ ບັນດາມາດຕະຖານສາກົນ.

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top