ເມື່ອກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວປະຈຳອາທິດ, ທ່ານ Majed Al Ansari ໃຫ້ຮູ້ວ່າ ບັນດາສິ່ງກີດຂວາງສຳລັບຂໍ້ຕົກລົງລະຫວ່າງ ອິດສະຣາແອັນ ແລະ ຂະບວນການອິດສະລາມ ຮາມາດສ ກ່ຽວກັບຄຳສັ່ງຢຸດຍິງ ແລະ ແລກປ່ຽນຕົວປະກັນໄດ້ແກ້ໄຂໃນສອງ - ສາມອາທິດຜ່ານມາ. ດັ່ງນັ້ນ, ອາດເວົ້າໄດ້ວ່າ ບັນດາຝ່າຍເຂົ້າຮ່ວມການເຈລະຈາພວມກ້າວເຂົ້າສູ່ໄລຍະທີ່ມີຄວາມຄືບໜ້າ, ຊ້ຳບໍ່ໜຳກໍອາດຈະແມ່ນໄລຍະສຸດທ້າຍ ແລະ “ນີ້ແມ່ນຈຸດເວລາໃກ້ສຸດເພື່ອບັນລຸໄດ້ຂໍ້ຕົກລົງ” ພາຍຫຼັງບັນດາຄວາມມານະພະຍາຍາມໃນຊຸມເດືອນຜ່ານມາ. ກາຕາ ໄດ້ສົ່ງຮ່າງຂໍ້ຕົກລົງທີ່ເໝາະສົມໃຫ້ທັງ ຮາມາດສ ແລະ ອິດສະຣາແອັນ.
ທ່ານ Majed Al Ansari ສະແດງຄວາມເຊື່ອໝັ້ນວ່າ ການປະຕິບັດຄຳສັ່ງຢຸດຍິງ ຈະດຳເນີນ “ໃນທັນທີ” ພາຍຫຼັງບັນລຸໄດ້ຂໍ້ຕົກລົງ. ປັດຈຸບັນ, ຍັງບໍ່ທັນຮູ້ວັນເວລາລະອຽດ ແຕ່ບັນດາຄວາມມານະພະຍາຍາມພວມໄດ້ດຳເນີນເພື່ອສຳເລັດຂໍ້ຕົກລົງ.