• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ເຄື່ອນ​ໄຫວ​ຂອງ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ​ຢູ່ ແຂວງ ຊອກ​ຈັງ

ນີ້ແມ່ນໂຄງການໂດຍ ກະຊວງຕຳຫຼວດ ສົມທົບກັບແຂວງ ຊອກຈັງ ປະຕິບັດ ດ້ວຍ ຍອດງົບປະມານອົງການຈັດຕັ້ງ, ສ່ວນບຸກຄົນ ໃນສັງຄົມ ຊ່ວຍເຫຼືອ ກ່ວາ 60 ຕື້ ດົ່ງ (ເກືອບ 2,5 ລ້ານ USD).
ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ມອບຂອງຂວັນໃຫ້ແກ່ຄອບຄົວທຸກຍາກ (ພາບ: VOV)

ຕອນເຊົ້າວັນທີ 1 ມັງກອນ, ຢູ່ເມືອງ ໝິຊວຽນ, ແຂວງ ຊອກຈັງ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ເຂົ້າຮ່ວມພິທີສະຫຼູບວຽກງານຂົນຂວາຍ, ໜູນຊ່ວຍການກໍ່ສ້າງເຮືອນ 1.200 ຫຼັງ ໃຫ້ແກ່ຄົນທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ ກ່ຽວກັບດ້ານເຮືອນຢູ່ ໃນບໍລິເວນ ແຂວງ ຊອກຈັງ.

ນີ້ແມ່ນໂຄງການໂດຍ ກະຊວງຕຳຫຼວດ ສົມທົບກັບແຂວງ ຊອກຈັງ ປະຕິບັດ ດ້ວຍ ຍອດງົບປະມານອົງການຈັດຕັ້ງ, ສ່ວນບຸກຄົນ ໃນສັງຄົມ ຊ່ວຍເຫຼືອ ກ່ວາ 60 ຕື້ ດົ່ງ (ເກືອບ 2,5 ລ້ານ USD). ໄປຄຽງຄູ່ກັນນັ້ນ, ແຂວງ ຊອກຈັງ ໄດ້ລະດົມແຫຼ່ງກຳລັງປະກອບ ເງິນເດືອນວັນໜຶ່ງ ຈາກຄອບຄົວ, ປະຊາຄົມ, ກຳລັງປະກອບອາວຸດ, ສະມາຊິກຊາວໜຸ່ມ, ຊາວໜຸ່ມຕະລຸມບ່ອນ, ຜູ້ອາສາສະໝັກ ເຂົ້າຮ່ວມການຂົນສົ່ງວັດຖຸອຸປະກອນກໍ່ສ້າງເຮືອນຢູ່... ຮູບແບບເຮືອນ ໂດຍກະຊວງຕຳຫຼວດຮັບຮອງເອົາ ບົນພື້ນຖານ ການອອກແບບ ທີ່ໄດ້ຮັບການເຫັນດີເປັນເອກະພາບ ກັບກະຊວງກໍ່ສ້າງ ແລະ ພະແນກກໍ່ສ້າງແຂວງ ຊອກຈັງ.

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top