• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ເຄື່ອນ​ໄຫວຫຼາຍ​ຢ່າງ ​ສະ​ເຫຼີມ​ສ​ະຫຼອງ 79 ປີ​ແຫ່ງວັນ​ຊາດ ຫວຽດ​ນາມ ຢູ່​ບັນ​ດາ​ປະ​ເທດ

ຄຳພິໄນກຳຂອງປະທານໂຮ່ຈີມິນ ໄດ້, ພວມ ແລະ ຈະແມ່ນເຂັ້ມຊີ້ທິດ, ແມ່ນພື້ນຖານພຶດຕິກຳຕົວຈິງ ເພື່ອໃຫ້ປະຊາຊົນ ແລະ ພັກກອມມູນິດ ຫວຽດນາມ ສືບຕໍ່ບັນລຸໄດ້ຜົນສຳເລັດຫຼາຍຢ່າງ ໃນພາລະກິດແຫ່ງການພັດທະນາ ແບບຍືນຍົງ.
ທ່ານເອກອັກຄະລັດຖະທູດ ເລກວາງລອງ ແລະ ທ່ານ Fernando Gonzalez Llort, ປະທານ ICAP ນັກວິລະຊົນກຸຍບາ (ພາບ: TTXVN)

ວັນທີ 2 ກັນຍາ, ຢູ່ນະຄອນຫຼວງ La Habana, ສະຖາບັນ ກຸຍບາ ມິດຕະພາບກັບບັນດາຊົນຊາດ (ICAP) ໄດ້ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ກຸຍບາ ຈັດພິທີສະເຫຼີມສະຫຼອງ 79 ປີແຫ່ງວັນຊາດ ຫວຽດນາມ (2/9/1945 - 2/9/2024), 55 ປີແຫ່ງວັນປະຕິບັດຄຳພິໄນກຳຂອງປະທານໂຮ່ຈີມິນ ແລະ ຫວນຄືນ 55 ປີແຫ່ງວັນເຖິງແກ່ມໍລະນະກຳຂອງເພິ່ນ (2/9/1969 - 2/9/2024).

ກ່າວຄຳເຫັນທີ່ເຫດການ, ທ່ານ Fernando Gonzalez Llort, ປະທານ ICAP ນັກວິລະຊົນກຸຍບາ  ໄດ້ຢັ້ງຢືນວ່າຄຳພິໄນກຳຂອງປະທານໂຮ່ຈີມິນ ໄດ້, ພວມ ແລະ ຈະແມ່ນເຂັ້ມຊີ້ທິດ, ແມ່ນພື້ນຖານພຶດຕິກຳຕົວຈິງ ເພື່ອໃຫ້ປະຊາຊົນ ແລະ ພັກກອມມູນິດ ຫວຽດນາມ ສືບຕໍ່ບັນລຸໄດ້ຜົນສຳເລັດຫຼາຍຢ່າງ ໃນພາລະກິດແຫ່ງການພັດທະນາ ແບບຍືນຍົງ ມຸ່ງໄປເຖິງເປົ້າໝາຍ ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມມີຄວາມສະເໝີພາບ ແລະ ສີວິໄລ.

ແລະກໍ່ໃນຕ່ອນຄຳວັນທີ 1 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ Dar es Salaam ສະຖານທູດ ຫວຽດນາມ ປະຈຳ Tanzania ໄດ້ຈັດພິທີ ສະເຫຼີມສະຫຼອງ 79 ປີແຫ່ງວັນຊາດ ຫວຽດນາມ.

ຢູ່ນະຄອນຫຼວງ ມົດສະກູ, ປະເທດ ລັດເຊຍ, ຕອນຄ່ຳວັນທີ 2 ກັນຍາ ໄດ້ດຳເນີນງານປະກວດສະແດງສິລະປະ ວົງຄະນະຍາດ ສະເຫຼີມສະຫຼອງ 79 ປີແຫ່ງວັນຊາດ. ງານປະກາດໄດ້ດຶງດູດການເຂົ້າຮ່ວມກ່ວາ 40 ລາຍການໂດຍບັນດານັກສິລະປິນບໍ່ເປັນມືອາຊີບ ເຊິ່ງແມ່ນຜູ້ຄົນທີ່ມັກຮັກການຮ້ອງເພງ ໃນສະໂມສອນ Salut ສະແດງ. ຈຸດພິເສດແມ່ນ ໃນງານປະກວດນີ້ ບັນດາລາຍການໄດ້ຫວນຄືນປະຫວັດສາດ ແລະ ຄວາມໝາຍຂອງວັນທີ 2 ກັນຍາ.

ໃນໂອກາດນີ້, ປະຊາຄົມຊາວຫວຽດນາມ ອາໄສຢູ່ການາດາ ໄດ້ຈັດພິທີປັກທຸງຂຶ້ນເສົາ ຢູ່ສຳນັກງານໃຫຍ່ ຂອງນະຄອນທີ່ເຂົາເຈົ້າພວມດຳລົງຊີວິດ. ນີ້ແມ່ນຄັ້ງທຳອິດ ປະຊາຄົມຊາວຫວຽດນາມ ອາໄສຢູ່ Ottawa ໄດ້ເຫັນປະຈັກຕາ ທຸງຊາດຫວຽດນາມ ປິວສະບັດ ຢູ່ອົງການການບໍລິຫານລັດ ຂອງ ການາດາໃນວັນຊາດ ຂອງຫວຽດນາມ.

(ແຫຼ່ງຄັດຈາກ VOV)

ການ​ທູດ​ສະ​ພາ​ແຫ່ງ​ຊາດ​ຜັນ​ຂະ​ຫຍາຍ​ຢ່າງ​ຄົບ​ຊຸດ​ກັບ​ການ​ທູດ​ພ​ັກ, ການ​ທູດ​ລັດ ແລະ ການ​ທູດ​ປະ​ຊາ​ຊົນ

ການ​ທູດ​ສະ​ພາ​ແຫ່ງ​ຊາດ​ຜັນ​ຂະ​ຫຍາຍ​ຢ່າງ​ຄົບ​ຊຸດ​ກັບ​ການ​ທູດ​ພ​ັກ, ການ​ທູດ​ລັດ ແລະ ການ​ທູດ​ປະ​ຊາ​ຊົນ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ຮຽກ​ຮ້ອງວ່າ​ວຽກ​ງານ​ປະ​ສາ​ນ​ສົມ​ທົບ​ຕ້ອງ​ໄດ້​ຕ​ປະ​ບິດ​ໂດຍ​ໄວ, ຈາກ​ໄກ, ນັບ​ແຕ່​ຂັ້ນ​ຕອນ​ຄົ້ນ​ຄ້​ວາ, ຄາດ​ຄະ​ເນ ແລະ ເປັນ​ເສ​ນາ​ທິ​ການ​ແຜນ​ນະ​ໂຍ​ບາຍ, ແທນ​ທີ່​ແກ້​ໄຂວຽກ​ງານ​ເມື່ອ​ເກີດ​ຂຶ້ນ.

Top