• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ສ້າງ​ລັດ​ແຫ່ງ​​ອຳ​ນາດນິ​ຕິ​ບັນ​ຍັດ​ຢ່າງ​ສົມ​ບູນ​ແບບ​ແມ່ນ ຕ້ອງ​ຮັບ​ປະ​ກັນ​ໃຫ້​ປະ​ເທດ​ພັດ​ທະ​ນາ​ດີ​ທີ່​ສຸດ

ຕອນເຊົ້າວັນທີ 9 ມິຖຸນາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ຫົວໜ້າຄະນະຊີ້ນຳການປະຕິຮູບຍຸຕິທຳສູນກາງ, ຫົວໜ້າຄະນະຊີ້ນຳການສ້າງແຜນຮ່າງ “ຍຸດທະສາດການສ້າງລັດແຫ່ງອຳນາດນິຕິບັນຍັດ ສັງຄົມນິຍົມ ຫວຽດນາມ ຮອດປີ 2030, ກຳນົດທິດຮອດປີ 2045”, ໄດ້ເປັນປະທານກອງປະຊຸມປະກອບຄຳເຫັນກ່ຽວກັບແຜນການຜັນຂະຫຍາຍການສ້າງແຜນຮ່າງ.
ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ (ພາບ: TTXVN)

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ ການສ້າງບັນດາເນື້ອໃນຂອງແຜນຮ່າງຕ້ອງມີວິທີການສຳຜັດຮັບປະກັນລັກສະນະວິທະຍາສາດ, ມີວິໄສທັດຮອດປີ 2045, ປ່ຽນແປງໃໝ່ ແລະ ສອດຄ່ອງກັບທ່າອ່ຽງພັດທະນາ ບົນພື້ນຖານການຄົ້ນຄວ້າສະພາບການພາຍໃນປະເທດ ແລະ ສາກົນ.

        “ແຜນຮ່າງຕ້ອງເຊື່ອມຊຶມແນວຄິດປະທານ ໂຮ່ຈີມິນ ກ່ຽວກັບລັດແຫ່ງອຳນາດນິຕິບັນຍັດ ຢູ່ ຫວຽດນາມ ໃຫ້ຈະແຈ້ງກວ່າອີກ, ນັ້ນແມ່ນປະເທດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ, ມີການຕິດຕາມກວດກາຈາກປະຊາຊົນ, ເຄົາລົບສິດເປັນເຈົ້າຂອງປະຊາຊົນ ແລະ ປົກປ້ອງສິດທິມະນຸດ, ສິດພົນລະເມືອງ. ນອກຈາກນັ້ນ ຕ້ອງສະແດງໃຫ້ເຫັນຈິດໃຈການນຳພາຂອງພັກ ກ່ຽວກັບການສ້າງລັດແຫ່ງອຳນາດນິຕິບັນຍັດໃຫ້ສົມບູນແບບ. ພິເສດ, ຕ້ອງນຳສະເໜີຄວາມຮຽກຮ້ອງຕ້ອງການ, ທັດສະນະການຊີ້ນຳ, ໜ້າທີ່, ມາດຕະການລະອຽດ ແລະ ກວມລວມ ໃນການສ້າງລັດແຫ່ງອຳນາດນິຕິບັນຍັດ ສັງຄົມນິຍົມ ໃຫ້ສົມບູນແບບຢູ່ ຫວຽດນາມ, ບັນດາຜົນກະທົບຂອງແຜນຮ່າງຕໍ່ທຸກດ້ານຂອງປະເທດຊາດເມື່ອນຳໄປຜັນຂະຫຍາຍ…”.

        ຕາມແຜນການແລ້ວ, ທ້າຍເດືອນມິຖຸນາ, ຄະນະຊີ້ນຳໂຮມຈະປະຊຸມວາລະທຳອິດ ເພື່ອປະກອບຄຳເຫັນກ່ຽວກັບ “ແຜນການຜັນຂະຫຍາຍການສ້າງແຜນຮ່າງ ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ ໃຫ້ສົມບູນແບບ ຮອດປີ 2030, ກຳນົດທິດຮອດປີ 2045”.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top