ຂ່າວສານ
ການວາງແຜນຜັງນະຄອນຫຼວງວິໄສທັດ 100 ປີ, ບູລະນະບໍລິເວນພາຍໃນຕົວເມືອງ, ເປີດສະຖານທີ່ພັດທະນາໃໝ່
ຕອນເຊົ້າວັນທີ 29 ມິຖຸນາ, ຢູ່ຫໍປະຊຸມແຫ່ງຊາດ (ຮ່າໂນ້ຍ), ໄດ້ດຳເນີນກອງປະຊຸມປະກາດແຜນຜັງນະຄອນຫຼວງ ຮ່າໂນ້ຍ ວິໄສທັດ 100 ປີ ແລະ ສົ່ງເສີມການລົງທຶນຮອດປີ 2026. ເຫດການໂດຍຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍຈັດຕັ້ງ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ພ້ອມກັບຜູ້ແທນກວ່າ 1000 ທ່ານ, ໃນນັ້ນມີຜູ້ຕາງໜ້າໃຫ້ແກ່ບັນດາກຸ່ມບໍລິສັດ, ວິສາຫະກິດພາຍໃນປະເທດ ແລະ ສາກົນ ເຂົ້າຮ່ວມເຫດການ.
ການວາງແຜນຜັງນະຄອນຫຼວງ ຮ່າໂນ້ຍວິໄສທັດ 100 ປີກຳນົດເຂດບໍລິຫານນະຄອນຫຼວງ ເກືອບ 3.360 ຕາລາງກີໂລແມັດ, ປະຊາກອນແຕ່ 14 – 15 ລ້ານຄົນໃນປີ 2035, 17 – 19 ລ້ານຄົນໃນປີ 2065. ການວາງແຜນຜັງ ຖືແມ່ນ້ຳແດງແມ່ນແກ່ນເຂດທິວທັດຊີວະພາບ - ວັດທະນະທຳຫຼັກແຫຼ່ງ, ລວມມີ 9 ຂົ້ນພັດທະນາ, 9 ສູນກາງໃຫຍ່ ແລະ 9 ແກ່ນກຳລັງໜູນ. ໄລຍະ 2026 – 2035, ທາງນະຄອນວາງເປົ້າໝາຍການເຕີບໂຕ ຍອດຜະລິດຕະພັນພາຍໃນທ້ອງຖິ່ນ (GRDP) ສະເລ່ຍປະມານ 11%/ປິ, ຂອບເຂດ GRDP ບັນລຸປະມານ 200 ຕື້ USD ໃນປີ 2035 ແລະ ປະມານ 640 ຕື້ USD ໃນປີ 2045. ວິໄສທັດ 100 ປີ, ຮ່າໂນ້ຍມຸ່ງໄປເຖິງການກາຍເປັນນະຄອນທົ່ວໂລກ “ອະລິຍະທຳ - ອັດສະລິຍະ - ຊີວະພາບ” ນອນໃນກຸ່ມບັນດານະຄອນມີຄຸນນະພາບການດຳລົງຊີວິດ ແລະ ມີຄວາມຜາສຸກສູງທີ່ສຸດໃນໂລກ.
ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຊີ້ແຈ້ງວ່າຕາມກົດໝາຍວ່າດ້ວຍນະຄອນຫຼວງທີ່ມີຜົນສັກສິດ ແຕ່ວັນທີ 1 ກໍລະກົດ 2026, ຮ່າໂນ້ຍ ໄດ້ມອບຫຼາຍກົນໄກພິເສດກ່ຽວກັບການແບ່ງຂັ້ນຄຸ້ມຄອງ, ລະດົມແຫຼ່ງກຳລັງ, ລົງທຶນພື້ນຖານໂຄງລ່າງ, ພັດທະນາຕົວເມືອງ, ວິທະຍາສາດ, ເຕັກໂນໂລຢີ ແລະ ດຶງດູດການລົງທຶນ… ເຊິ່ງແມ່ນໂອກາດປະຫວັດສາດເພື່ອໃຫ້ທາງນະຄອນຫຼວງບຸກທະລຸຢ່າງແຮງ, ຜັນຂະຫຍາຍການວາງແຜນຜັງນະຄອນຫຼວງວິໄສທັດ 100 ປີໃຫ້ປະສົບຜົນສຳເລັດ. ທ່ານກ່າວວ່າ:
“ເພື່ອປະຕິບັດວິໄສທັດພັດທະນາທີ່ໄດ້ກຳນົດແລ້ວໃຫ້ປະກົດຜົນເປັນຈິງ, ຮ່າໂນ້ຍຕ້ອງຮັບຮູ້ຢ່າງເລິກເຊິ່ງວ່າ ການວາງແຜນຜັງພຽງແຕ່ມີຄຸນຄຸ່າເມື່ອໄດ້ຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ. ຮ່າໂນ້ອຍຕ້ອງຫັນປ່ຽນບັນດາການກຳນົດທິດຂອງການວາງແຜນຜັງກາຍເປັນໂຄງການ, ກິດຈະກຳລະອຽດໂດຍໄວ, ຖືປະສິດທິຜົນໃນການປະບັດ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນແມ່ນໄມ້ວັດແທກຂອງຄວາມສາມາດໃນການຄຸ້ມຄອງບໍລິຫານ.”
ທ່ານປະທານສະພາແຫ່ງຊາດສະເໜີຮ່າໂນ້ຍໃຫ້ບຸລິມະສິດການລົງທຶນເຂົ້າບັນດາຂົງເຂດທີ່ມີມູນຄ່າເພີ່ມສູງ ແລະ ຄວາມສາມາດແຜ່ກະຈາຍຢ່າງແຮງລວມມີ: ພື້ນຖານໂຄງລ່າງຄົມມະນາຄົມຍຸດທະສາ, ເຕັກໂນໂລຢີສູງ, ເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ, ສູນຂໍ້ມູນ, ບັນດາເຂດອຸດສາຫະກຳລຸ້ນໃໝ່… ທ່ານໃຫ້ຮູ້ຕື່ມອີກວ່າ:
“ຂ້າພະເຈົ້າຫວັງວ່າບັນດາວິສາຫະກິດ, ບັນດານັກລົງທຶນພາຍໃນປະເທດ ແລະ ສາກົນສືບຕໍ່ຕັ້ງຄວາມໄວ້ວາງໃຈຕໍ່ຫວຽດນາມ ແລະ ຮ່າໂນ້ຍ, ດ້ວຍຈິດໃຈຮ່ວມມືຍາວນານ, ລົງທຶນທີ່ມີຄວາມຮັບຜິດຊອບ, ເຄົາລົບກົດໝາຍ, ຜົນປະໂຫຍດຂອງວິສຫາກິດ ຕິດພັນກັບຜົນປະໂຫຍດຂອງປະເທດຊາດ ແລະ ການພັດທະນາແບບຍືນຍົງຂອງນະຄອນຫຼວງ. ຫວຽດນາມ ຍາມໃດກໍ່ຖືຜົນສຳເລັດຂອງປະຊາຄົມວິສາຫະກິດແມ່ນໜຶ່ງໃນບັນດາກຳລັງໜູນສຳຄັນໃນການຊຸກຍູ້ການເຕີບໂຕ ແລະ ຍົກສູງຄວາມສາມາດແກ້ງແຍ້ງຂອງພື້ນຖານເສດຖະກິດ.”






