• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ປະ​ທະ​ກັນ​ລະ​ຫວ່າງ ອິນ​ເດຍ ແລະ ປາ​ກິດ​ສະ​ຖານ ຢູ່​ເຂດ Kashmir, ມີ​ຜູ້ຖືກ​ບາດ​ເຈັບ​ຢ່າງ​ໜ້ອຍ​ສຸດ 4 ຄົນ

ເກີດການປະທະກັນລະຫວ່າງນັກຮົບປະເທດນີ້ ແລະ ອິນເດຍຢູ່ລຽບຕາມເຂດແດນ Kashmir ລະຫວ່າງສອງປະເທດ ເຊິ່ງເຮັດໃຫ້ມີຜູ້ຖືກບາດເຈັບຢ່າງໜ້ອຍສຸດ 4 ຄົນ.
ນັກຮົບອິນເດຍ ໄປລາດຕະເວນ (ພາບ: AP/TTXVN)
ວັນທີ 13 ກຸມພາ, ສື່ມວນຊົນ ປາກິດສະຖານ ໄດ້ລົງຂ່າວເກີດການປະທະກັນລະຫວ່າງນັກຮົບປະເທດນີ້ ແລະ ອິນເດຍຢູ່ລຽບຕາມເຂດແດນ Kashmir ລະຫວ່າງສອງປະເທດ ເຊິ່ງເຮັດໃຫ້ມີຜູ້ຖືກບາດເຈັບຢ່າງໜ້ອຍສຸດ 4 ຄົນ. ໃນຂະນະນັ້ນ, ແຫຼ່ງຂ່າວຈາກອິນເດຍຖືວ່າ ຝ່າຍປາກິດສະຖານໄດ້ຍິງປຶນກ່ອນ ເຮັດໃຫ້ກຳລັງອິນເດຍຕ້ອງຍິງປຶນໂຕ້ຕອບ. ເຫດການໄດ້ເກີດຂຶ້ນ ພາຍຫຼັງ 2 ວັນທີ່ນັກຮົບກອງທັບອິນເດຍສອງຄົນ ເສຍຊີວິດຍ້ອນວັດຖຸລະເບີດທີ່ຜະລິດເອງ ໃນຂົງເຂດນີ້. ຂໍ້ຕົກລົງຢຸດຍິງຢູ່ເຂດຊາຍແດນລະຫວ່າງ ອິນເດຍ ແລະ ປາກິດສະຖານໄດ້ລົງນາມແຕ່ປີ 2003 ເບິ່ງລວມແລ້ວຄືໄດ້ຮັບການຮັກສາຈົນຮອດປັດຈຸບັນ, ເຖິງວ່າທັງສອງຝ່າຍກໍ່ໄດ້ກ່າວຫາກັນລະເມີດຢ່າງເປັນປະຈຳ.

(ແຫຼ່ງຄັດຈາກ VOV)

ຖະແຫຼງການຮ່ວມ ຫວຽດນາມ - ສິງກະໂປ

ຖະແຫຼງການຮ່ວມ ຫວຽດນາມ - ສິງກະໂປ

ຫວຽດນາມ ແລະ ສິງກະໂປ ເພີ່ມທະວີການແລກປ່ຽນ, ພົບປະຂັ້ນສູງ ແລະ ທຸກຂັ້ນໃນທຸກຊ່ອງທາງ; ຮັກສາກົນໄກຈັດກອງປະຊຸມປະຈຳປີລະຫວ່າງນາຍົກລັດຖະມົນຕີ 2 ປະເທດໃຫ້ມີປະສິດທິຜົນ

Top