ຂ່າວສານ
ການປະທະກັນຢູ່ ຕາເວັນອອກກາງ: ບັນດາຝ່າຍຕັ້ງຄວາມຫວັງຕໍ່ຄວາມຄືບໜ້າໃໝ່ພາຍຫຼັງການເຈລະຈາຢູ່ ສະວິດ
ໃນສື່ສັງຄົມອອນໄລ X, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Abbas Araghchi ໃຫ້ຮູ້ຕື່ມອີກວ່າ ບັນດາຝ່າຍໄດ້ເຫັນດີເປັນເອກະພາບຍົກເລີກຄຳສັ່ງລົງໂທດສຳລັບບັນດາປະເທດສິນຄ້າສົ່ງອອກນ້ຳມັນບໍ່ ແລະ ປີໂຕເຄມີ, ຍົກເລີກຄຳສັ່ງປິດລ້ອມ, ຢຸດຕິການກັກຊັບສິນບາງຢ່າງ ແລະ ເລີ່ມຕົ້ນແຜນການກໍ່ສ້າງຄືນໃໝ່ ແລະ ພັດທະນາຄັ້ງໃຫຍ່ສຳລັບ ອີຣານ.
ກໍໃນວັນດຽວກັນ, ທ່ານ JD Vance ຮອງປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ອີຮານ ໄດ້ເຫັນດີເພື່ອໃຫ້ບັນດານັກກວດສອບຂອງອົງການພະລັງງານປະລະມານູສາກົນ (IAEA) ກັບຄືນປະເທດນີ້, ພາຍຫຼັງຮອບເຈລະຈາທຳອິດລະຫວ່າງ ອາເມລິກາ ແລະ ອີຣານ.
ສ່ວນຝ່າຍ ອີຣານ, ກ່ອນໜ້ານັ້ນ, ທ່ານ Esmaeil Baqaei ໂຄສົກກະຊວງການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ “ໄດ້ມີວາລະປຶກສາຫາລືສັ້ນໆ ກ່ຽວກັບບັນຫານິວເຄຼຍ, ແຕ່ບໍ່ໄດ້ລົງເລິກລາຍລະອຽດ”. ຝ່າຍ ອີຣານ ຍັງບໍ່ທັນມີຖະແຫຼງການໃໝ່ ພາຍຫຼັງທີ່ ອາເມລິກາ ປະກາດເລື່ອງບັນດານັກກວດກາ IAEA ຈະກັບເມື່ອປະເທດ ສາທາລະນະອິດສະລາມ.
ສຳລັບບັນດາຝ່າຍເປັນກາງໄກ່ເກ່ຍ, ທ່ານ Shehbaz Sharif ນາຍົກລັດຖະມົນຕີ ປາກິດສະຖານ ຖືວ່າ ບັນດາຮອບເຈລະຈາໄດ້ດຳເນີນໃນບັນຍາກາດທີ່ຕັ້ງໜ້າ ແລະ ມີລັກສະນະສ້າງສັນ, ສິ້ນສຸດການສ້າງຕັ້ງຄະນະກຳມະການຂັ້ນສູງ ແນໃສ່ຕິດຕາມກວດກາວິວັດທະນາການທາງການເມືອງ, ພ້ອມທັງເລີ່ມຕົ້ນການເຈລະຈາດ້ານເຕັກນິກຮອບຕໍ່ໄປ.






