• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ນຳ​ພັກ, ລັດ ໄປ​ຢ້ຽມ​ຢາມ, ມອບ​ຂອ​ງ​ຂວັນ​ບຸນ​ເຕັດ​ຢູ່​ບັນ​ດາ​ທ້ອງ​ຖິ່ນ

ທ່ານ ເຈິ່ນແທັງເໝິນ ໄດ້ມອບເງິນຈຳນວນ 740 ລ້ານດົ່ງ (ປະມານ 31.000 USD) ໃຫ້ແກ່ກອງທຶນຄົນທຸກຍາກແຂວງເຮົ້າຢາງ ແລະ ຂອງຂວັນ 100 ພູດ, ແຕ່ລະພູດມີມູນຄ່າ 1,2 ລ້ານດົ່ງ (ປະມານ 51 USD) ໃຫ້ແກ່ປະຊາຊົນເມືອງ ເຈົາແທງອາ.
  ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ອວຍພອນບຸນເຕັດໃຫ້ແກ່ປະຊາຊົນເມືອງເຈົາແທັງອາ  

ຕອນເຊົ້າວັນທີ 12 ມັງກອນ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ລົງຢ້ຽມຢາມ, ອວຍພອນບຸນເຕັດ ແລະ ມອບຂອງຂວັນໃຫ້ແກ່ຜູ້ມີຄຸນງາມຄວາມດີ, ຄອບຄົວເປົ້າໝາຍນະໂຍບາຍ ແລະ ຄອບຄົວປະສົບກັບຄວາມຫຍຸ້ງຍາກ ໃນບໍລິເວນເມືອງ ເຈົາແທັງອາ, ແຂວງເຮົ້າຢາງ. ທ່ານ ເຈິ່ນແທັງເໝິນ ໄດ້ມອບເງິນຈຳນວນ 740 ລ້ານດົ່ງ (ປະມານ 31.000 USD) ໃຫ້ແກ່ກອງທຶນຄົນທຸກຍາກແຂວງເຮົ້າຢາງ ແລະ ຂອງຂວັນ 100 ພູດ, ແຕ່ລະພູດມີມູນຄ່າ 1,2 ລ້ານດົ່ງ (ປະມານ 51 USD) ໃຫ້ແກ່ປະຊາຊົນເມືອງ ເຈົາແທງອາ.

ແລະກໍ່ໃນຕອນເຊົ້າວັນທີ 12 ມັງກອນ, ຄະນະປະຕິບັດງານຂອງລັດຖະບານໂດຍທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ນຳໜ້າ ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດ, ມອບຂອງຂວັນໃຫ້ແມ່ຫວຽດນາມ ວິລະຊົນ ເລທິຮຶ (ຕາແສງ ການາ, ເມືອງ ທ້ວນນາມ), ຢ້ຽມຢາມ, ອວຍພອນບຸນເຕັດ, ມອບຂອງຂວັນໃຫ້ແກ່ພະນັກງານ, ນັກຮົບປ້ອມທະຫານປ້ອງກັນຊາຍແດນ ເຟືອກຢ້ຽມ, ເມືອງ ທ້ວນນາມ, ມອບຂອງຂວັນໃຫ້ແກ່ກຳມະກອນຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກຢູ່ບໍລິສັດຫຸ້ນສ່ວນທັນຍາຫານ ແກງດົ່ງຫວຽດ (VietFarm) ຢູ່ນະຄອນຟານຣາງ - ທາບຈາມ.

 

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top