• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ນຳ​ພັກ, ລັດ ເຂົ້າ​ສູ້​ສານ ອາ​ໄລ​ຫາ ປະ​ທານ​ໂຮ່​ຈີ​ມິນ

ໄລຍະ 80 ປີແຫ່ງການກໍ່ສ້າງ, ຕໍ່ສູ້ ແລະ ເຕີບໃຫຍ່ ໄດ້ຢັ້ງຢືນຄຸນນະທາດປະຕິວັດ, ກຳລັງຕໍ່ສູ້ຢ່າງເດັດດຽວໜຽວແໜ້ນຂອງກຳລັງຕຳຫຼວດປະຊາຊົນ ເຊິ່ງແມ່ນຳລັງປະກອບອາວຸດທີ່ເປັນໜ້າໄວ້ວາງໃຈຂອງພັກ, ລັດ ແລະ ປະຊາຊົນ.
ການນຳພັກ, ລັດ ເຂົ້າສູ້ສານ ອາໄລຫາ ປະທານໂຮ່ຈີມິນ

ເນື່ອງໃນໂອກາດ ສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອຕຳຫຼວດປະຊາຊົນ ຫວຽດນາມ (19/8/1945-19/8/2025), 20 ປີແຫ່ງວັນທົ່ວປວງຊົນປົກປ້ອງຄວາມສະຫງົບແຫ່ງຊາດ (19/8/2005-19/8/2025), ຕອນເຊົ້າວັນທີ 17 ສິງຫາ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານໄດ້ໄປວາງພວງມາລາ, ເຂົ້າສູ້ສານ ອາໄລຫາປະທານໂຮ່ຈີມິນ ແລະ ຖະຫວາຍທູບທຽນອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ອະນຸສາວາລີ ບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຖະໜົນ ບັກເຊີນ (ຮ່າໂນ້ຍ). ເຂົ້າຮ່ວມພິທີມີທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານປະທານປະເທດ ເລື່ອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ.

ດ້ວຍການສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອ, ບັນດາການນຳພັກ, ລັດ ໄດ້ສະແດງຄວາມອາໄລຫາປະທານໂຮ່ຈີມິນ, ການນຳປີຊາສາມາດ, ນັກວິລະຊົນປົດປ່ອຍຊາດ, ຜູ້ໄດ້ອຸທິດສ່ວນຕະຫຼອດຊີວິດຂອງຕົນເພື່ອປະຊາຊົນ, ເພື່ອປະເທດຊາດ. ໃນຕະຫຼາດຊີວິດເຄື່ອນໄຫວປະຕິວັດຂອງຕົນ, ທ່ານປະທານໂຮ່ຈີມິນ ຍາມໃດກໍ່ສະຫງວນນ້ຳໃຈພິເສດ ແລະ ການຊີ້ນຳຢ່າງຕະຫຼາດ, ຕິດແທດ, ລະອຽດສຳລັບຕຳຫຼວດປະຊາຊົນ. ໄລຍະ 80 ປີແຫ່ງການກໍ່ສ້າງ, ຕໍ່ສູ້ ແລະ ເຕີບໃຫຍ່ ໄດ້ຢັ້ງຢືນຄຸນນະທາດປະຕິວັດ, ກຳລັງຕໍ່ສູ້ຢ່າງເດັດດຽວໜຽວແໜ້ນຂອງກຳລັງຕຳຫຼວດປະຊາຊົນ ເຊິ່ງແມ່ນຳລັງປະກອບອາວຸດທີ່ເປັນໜ້າໄວ້ວາງໃຈຂອງພັກ, ລັດ ແລະ ປະຊາຊົນ.

(ແຫຼ່ງຄັດຈາກ VOV)

Viettel ນຳ​ເອົາ​ຜະ​ລິດ​ຕະ​ພັນ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ທັນ​ສະ​ໄໝ​ໄປ​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ​ປ້ອງ​ກັນ​ຊາດ​ໃຫຍ່​ສຸດ​ໃນ​ພາກ​ພື້ນ ອາ​ຊີ - ເອີ​ຣົບ

Viettel ນຳ​ເອົາ​ຜະ​ລິດ​ຕະ​ພັນ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ທັນ​ສະ​ໄໝ​ໄປ​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ​ປ້ອງ​ກັນ​ຊາດ​ໃຫຍ່​ສຸດ​ໃນ​ພາກ​ພື້ນ ອາ​ຊີ - ເອີ​ຣົບ

SAHA 2026 ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເຫດ​ການ​ປ້ອງ​ກັນ​ຊາດ, ການ​ບິນ​ອາ​ວະ​ກາດ ແລະ ເຕັກ​ໂນ​ໂລ​ຢີ​ຈັກ​ກະ​ວານ​ໃຫຍ່​ສຸດ​ຢູ່​ພາກ​ພື້ນ ອາ​ຊີ - ເອີ​ຣົບ ໄດ້​ເຕົ້າ​ໂຮມ​ວິ​ສາ​ຫະ​ກິດກວ່າ 1700 ແຫ່ງ ທີ່​ມາ​ຈາກ 120 ປະ​ເທດ.

Top