• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ນຳ​ພັກ, ລັດ ພ​ົບ​ປະ​ກັບ​ຜູ້​ມີ​ຄຸນ​ງາ​ມ​ຄວາມ​ດີ​ຕໍ່​ປະ​ເທດ​ຊາດ

ທ່ານນາງຮອງປະທານປະເທດໄດ້ຢືນຢັນວ່າ, ການເສຍສະຫຼະຂອງບັນດານັກຮົບຍິງເຈື່ອງເຊີນ ໄດ້ປະກອບສ່ວນອັນໃຫ່ຍຫຼວງ ພ້ອມກັບຊົນຊາດສ້າງໄຊຊະນະອັນສະຫງ່າລາສີ.

ທ່ານນາງຮອງປະທານປະເທດໄດ້ຢືນຢັນວ່າ, ການເສຍສະຫຼະຂອງບັນດານັກຮົບຍິງເຈື່ອງເຊີນ ໄດ້ປະກອບສ່ວນອັນໃຫ່ຍຫຼວງ ພ້ອມກັບຊົນຊາດສ້າງໄຊຊະນະອັນສະຫງ່າລາສີ.

    

   ເນື່ອງໃນໂອກາດສະເຫຼີມສະຫຼອງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ (ຄືວັນທີ 27 ກໍລະກົດ), ຢູ່ທຳນຽບປະທານປະເທດ, ທ່ານນາງຮອງປະທານປະເທດຫວຽດນາມ ຫວໍ້ທິແອັງຊວນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະມາຄົມນັກຮົບຍິງເຈື່ອງເຊີນ-ເສັ້ນທາງໂຮ່ຈີມິນ. ນະທີ່ນີ້, ທ່ານນາງຮອງປະທານປະເທດໄດ້ຢືນຢັນວ່າ, ການເສຍສະຫຼະຂອງບັນດານັກຮົບຍິງເຈື່ອງເຊີນ ໄດ້ປະກອບສ່ວນອັນໃຫ່ຍຫຼວງ ພ້ອມກັບຊົນຊາດສ້າງໄຊຊະນະອັນສະຫງ່າລາສີ. ຮູບພາບຂອງບັນດານັກຮົບຍິງ ແມ່ນແບບຢ່າງທີ່ດີເດັ່ນໃຫ້ແກ່ລຸ້ນໜຸ່ມປະຈຸບັນຮ່ຳຮຽນຕາມ:

   ໃນສະພາບການໃໝ່, ຫວັງວ່າ, ບັນດາອາ, ເອື້ອຍຈະສືບຕໍ່ເປັນແກ່ສານໃຫ້ແກ່ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ; ສືບຕໍ່ແມ່ນບັນດາແບບຢ່າງທີ່ດີເດັ່ນ, ມານະຈິດ, ຄຸນນະທາດການປະຕິວັດຂອງທະຫານ ເພື່ອເສີມຂະຫຍາຍເປັນຫຼັກແຫຼ່ງໃນການເຄື່ອນໄຫວຂອງສະມາຄົມ, ຂອງທ້ອງຖິ່ນ. ອາ, ເອື້ອຍແຕ່ລະຄົນ ຈະສືບຕໍ່ສ້າງຄອບຄົວໃຫ້ອີ່ມໜຳສຳລານ, ສະເໝີພາບ, ກ້າວໜ້າ, ມີຄວາມຜາສຸກ ແລະ ລ້ຽງດູລູກເຕົ້າທີ່ດີ ເພື່ອສ້າງສາບ້ານເກີດເມືອງນອນ.

   ແລະ ກໍ່ໃນຕອນເຊົ້າຂອງວັນທີ 27 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຝ້າມບິນມິງ ໄດ້ໄປຢ້ຽມຢາມ, ມອບຂອງຂວັນຢູ່ສູນເບິ່ງແຍງດູແລຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ທະຫານເສຍອົງຄະ, ທະຫານເຈັບປ່ວຍຢູ່ນະຄອນ ດ່ານັງ. ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຝ້າມບິນມິງ ເນັ້ນໜັກວ່າ:

   ທຸກນະໂຍບາຍກໍ່ລ້ວນແຕ່ບໍ່ສາມາດທົດແທນບັນດາການປະກອບສ່ວນ, ການເສຍສະຫຼະທັງໝົດຂອງບັນດາລຸງປ້າອ່າວອາ ທີ່ມີຕໍ່ພາລະກິດການປະຕິວັດໄດ້. ຂໍສະແດງຄວາມຮູ້ບຸນຄຸນຂອງພັກ, ລັດ, ປຊຊ ທີ່ມີຕໍ່ບັນດາການປະກອບສວ່ນເຫຼົ່ານັ້ນ. ຫວັງວ່າ, ດ້ວຍຄວາມເອົາໃຈໃສ່ຂອງພັກ, ລັດ, ອຳນາດການປົກຄອງຂັ້ນຕ່າງ, ແລະ ຂອງ ປຊຊ ຈະຊ່ວຍໃຫ້ຊີວິດການເປັນຢູ່, ສຸຂະພາບຂອງລຸງປ້າອ່າວອາໄດ້ຮັບການປັບປຸງໃຫ້ດີຂຶ້ນ.

(ແຫຼ່ງຄັດຈາກ VOV)

ລັ​ດ​ເຊຍ ຍົກ​ອອກ​ເງື່ອນ​ໄຂ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ New START ຄືນ​ໃໝ່

ລັ​ດ​ເຊຍ ຍົກ​ອອກ​ເງື່ອນ​ໄຂ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ New START ຄືນ​ໃໝ່

ທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Ryabkov ປະກາດເງື່ອນໄຂເພື່ອໃຫ້ປະເທດນີ້ເຊື່ອມຕໍ່ການປະຕິບັດສົນທິສັນຍາຫຼຸດຜ່ອນອາວຸດບຸກໂຈມຕີຍຸດທະສາດໃໝ່ (New START) ຢ່າງຄົບຖ້ວນ ນັ້ນແມ່ນ ອາເມລິກາ ຕ້ອງ “ຍົກເລີກ “ນະໂຍບາຍເປັນປໍລະປັກ" ເລັ່ງໃສ່ ລັດເຊຍ.

Top