• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ນຳ​ບັນ​ດາ​ປະ​ເທດ​ສົ່ງ​ຈົດ​ໝາຍ, ໂທ​ລະ​ເລກ​ອວຍ​ພອນ​​ເຖິງການ​ນຳ ຫວຽດ​ນາມ

ເນື່ອງໃນໂອກາດສະພາແຫ່ງຊາດ ຫວຽດນາມ ເລືອກຕັ້ງ ແລະ ໃຫ້ສັດຕະຍາບັນແຕ່ງຕັ້ງບັນດາຕຳແໜ່ງການນຳລັດ ແລະ ສະພາແຫ່ງຊາດ, ການນຳບັນດາປະເທດ ໄດ້ສົ່ງຈົດໝາຍ ແລະ ໂທລະເລກອວຍພອນ.
ການນຳລັດ, ລັດຖະບານ, ສະພາແຫ່ງຊາດ, ລັດຖະມົນຕີ ແລະ ສະມາຊິກລັດຖະບານຈຳນວນໜຶ່ງທີ່ຫາກໍໄດ້ຮັບການໃຫ້ສັດຕະຍາບັນຈາກສະພາແຫ່ງຊາດ ຫວຽດນາມ (ພາບ:TTXVN)

ຈົດໝາຍ, ໂທລະເລກອວຍພອນ ທ່ານປະທານປະເທດ ຫງວຽນຊວັນຟຸກ ລວມມີ: ພະບາດສົມເດັດພະເຈົ້າມະຫາຊີວິດ ບຣູໄນ Darussalam Haji Hassanal Bolkiah; ລາຊິນີ ສະຫະພັນ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ Elizabeth II; ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae In; ທ່ານປະທານາທິບໍດີ ບັງກະລາເທດ Abdul Hamid; ທ່ານປະທານາທິບໍດີ ເນປານ Bidya Devi Bhandari.

        ຈົດໝາຍ, ໂທລະເລກອວຍພອນ ທ່ານນາຍົກລັດຖະມົນຕີ  ຟ້າມມິງຈິ໊ງ ລວມມີ ພະບາດສົມເດັດພະເຈົ້າມະຫາຊີວິດ ບຣູໄນ Darussalam Haji Hassanal Bolkiah; ທ່ານນາຍົກລັດຖະມົນຕີ ສາທາລະນະລັດ ອີຕາລີ Mario Draghi; ທ່ານນາຍົກລັດຖະມົນຕີ ບັງກະລາເທດ Sheikh Hasina; ທ່ານນາຍົກລັດຖະມົນຕີ ເນປານ K.P. Sharma Oil.

        ທ່ານປະທານສະພາຕ່ຳ ສາທາລະນະລັດ ກາຊັກສະຖານ Nurlan Nigmatulin ກໍໄດ້ສົ່ງໂທລະເລກອວຍພອນທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້.        ເນື່ອງໃນໂອກາດທ່ານ ບຸ່ຍແທັງເຊີນ ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ວັນທີ 8 ເມສາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ  Prak Sokhon ກໍໄດ້ສົ່ງຈົດໝາຍອວຍພອນເຊັ່ນດຽວກັນ. 

 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top