• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ນຳ​ບັນ​ດາ​ປະ​ເທດ​ສົ່ງ​ຈົດ​ໝາຍອວຍ​ພອນ​ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເລືອງ​ເກື​ອງ

ເນື່ອງໃນໂອກາດທ່ານເລືອງເກືອງ ໄດ້ຮັບການເລືອກຕັ້ງຈາກສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໃຫ້ດຳລົງຕຳແໜ່ງເປັນປະທານປະເທດແຫ່ງ ສສ. ຫວຽດນາມ, ວັນທີ 21 ຕຸລາ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ, ໄດ້ສົ່ງຈົດໝາຍຊົມເຊີຍ.
ທ່ານເລືອງເກືອງສາບານຕົວໃນພິທີຮັບດຳລົງຕຳແໜ່ງເປັນປະທານປະເທດແຫ່ງ ສສ. ຫວຽດນາມ (ພາບ: TTXVN)

ໃນຈົດໝາຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ສະແດງຄວາມເຊື່ອໝັ້ນວ່າ ທ່ານປະທານປະເທດ ເລືອງເກືອງ ພ້ອມກັບບັນດາການນຳພັກ, ລັດ ຫວຽດນາມ ຈະນຳພາປະເທດ ແລະ ປະຊາຊົນ ຫວຽດນາມ ສືບຕໍ່ຍາດໄດ້ບັນດາຜົນງານໃໝ່, ໃຫຍ່ຫຼວງກວ່າໃນພາລະກິດແຫ່ງການປ່ຽນແປງໃໝ່ ເພື່ອແນໃສ່ບັນລຸໄດ້ເປົ້າໝາຍກາຍເປັນປະເທດ ອຸດສາຫະກຳຕາມທິດທັນສະໄໝ, ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ. ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນກັບທ່ານປະທານປະເທດ ເລືອງເກືອງ ເພື່ອແນໃສ່ສືບຕໍ່ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ, ມູນເຊື້ອອັນດີງາມລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ - ຫວຽດນາມ ໃຫ້ນັບມື້ນັບພັດທະນາ ແລະ ແຕກດອກອອກຜົນ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນສອງປະເທດກໍຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ກໍໃນວັນດຽວກັນ, ໃນສື່ສັງຄົມອອນໄລ Instagram, ແຕກບັນຊີຂອງຕົນ, ທ່ານNicolas Maduro Moros ປະທານພັກສັງຄົມນິຍົມເອກະພາບ (PSUV), ທ່ານປະທານາທິບໍດີ ເວເນຊູເອລາ ກໍໄດ້ສະແດງຄວາມຊົມເຊີຍທ່ານ ເລືອງເກືອງ ພ້ອມທັງຢັ້ງຢືນວ່າ ຈະສືບຕໍ່ມານະພະຍາຍາມປັບປຸງ ແລະ ເພີ່ມທະວີການພົວພັນລະຫວ່າງສອງປະເທດ ເວເລຊູເອລາ - ຫວຽດນາມ”.

ກໍໃນວັນດຽວກັນ, ທ່ານປະທານພັກແນວໂຮມປົດປ່ອຍຊາດ Sandino (FSLN), ທ່ານປະທານາທິບໍດີ Nicaragua Daniel Ortega ແລະ ທ່ານຮອງປະທານາທິບໍດີ Nicaragua Rosario Murillo ກໍໄດ້ຊົມເຊີຍທ່ານປະທານປະເທດ ເລືອງເກືອງ ເຊັ່ນດຽວກັນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຕ້ອງ​ມີ​ຍຸດ​ທະ​ສາດ​ເສດ​ຖະ​ກິດ​​ໄລ​ຍະ​ຍາວ ເພື່ອ​ພັດ​ທະ​ນາ​ຢ່າງ​ແຮງກວ່າ

ຫວຽດ​ນາມ ຕ້ອງ​ມີ​ຍຸດ​ທະ​ສາດ​ເສດ​ຖະ​ກິດ​​ໄລ​ຍະ​ຍາວ ເພື່ອ​ພັດ​ທະ​ນາ​ຢ່າງ​ແຮງກວ່າ

ພາຍຫຼັງປະຕິບັດການປ່ຽນແປງໃໝ່, ເປີດປະຕູມາໄດ້ເກືອບ 4 ທົດສະວັດ, ຫວຽດນາມ ບັນລຸໄດ້ບັນດາຜົນງານໃຫຍ່ຫຼວງກວ່າກ່ຽວກັບການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ ແລະ ພັດທະນາເສດຖະກິດ.

Top