ຂ່າວສານ
ການນຳນະຄອນໂຮ່ຈີມິນໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງອຸດສາຫະກຳຈຸດສຸມ ມາເລເຊຍ

ທ່ານເລແທັງລຽມ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນໃຫ້ການຕ້ອນຮັບທ່ານນາງ Teresa Kos Su Sim ລັດຖະມົນຕີກະຊວງອຸດສາຫະກຳຈຸດສຸມ ມາເລເຊຍ (ພາບ: TTXVN)
ນະທີ່ນີ້, ທ່ານເລແທັງລຽມ ສະແດງຄວາມຊົມເຊີຍຕໍ່ການພັດທະນາຢ່າງດີງາມໃນການພົວພັນສອງຝ່າຍລະຫວ່າງ ຫວຽດນາມ - ມາເລເຊຍ, ພິເສດໃນຂົງເຂດການຮ່ວມມືດ້ານເສດຖະກິດ. ບົນພື້ນຖານການພົວພັນຮ່ວມມືຢ່າງດີງາມໃນຂົງເຂດເສດຖະກິດລະຫວ່າງສອງປະເທດ, ນະຄອນໂຮ່ຈີມິນ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບມາເລເຊຍ, ກັບບັນດາທ້ອງຖິ່ນ ແລະ ວິສາຫະກິດຂອງ ມາເລເຊຍ ໃນຂົງເຂດການຄ້າ, ການລົງທຶນ ແລະ ບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈໃຫ້ຫຼາຍກ່ວາອີກ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ທັງສອງຝ່າຍ ແລະ ປະກອບສ່ວນໃຫ້ແກ່ວັດທະນາຖາວອນລວມຂອງພາກພື້ນ.
ເມື່ອແບ່ງປັນກ່ຽວກັບຄວາມສາມາດບົ່ມຊ້ອນໃນຂະແໜງອຸດສາຫະກຳຈຸດສຸມຂອງ ມາເລເຊຍຄືການປຸງແຕ່ງນ້ຳມັນປາມ, ນ້ຳມັນໝາກພ້າວ, ພິກໄທ, ຢາງພາລາ, ທ່ານນາງ Teresa Kos Su Sim ໃຫ້ຮູ້ວ່າ: ມີກ່ວາ 50% ປະລິມານນ້ຳມັນປາມ ຂອງມາເລເຊຍໄດ້ສົ່ງອອກມາຍັງຕະຫຼາດຫວຽດນາມ, ເພາະສະນັ້ນ, ມາເລເຊຍ ມີຄວາມປາດຖະໜາຢາກ ຍູ້ແຮງບັນດາໂຄງການຮ່ວມມືກັບຫວຽດນາມ ໃຫ້ຫຼາຍກ່ວາອີກ, ໃນນັ້ນມີນະຄອນ ໂຮ່ຈີມິນ ໃນຂົງເຂດປຸງແຕ່ງ, ສົ່ງອອກ - ນຳເຂົ້າຜະລິດຕະພັນນ້ຳມັນປາມ ທີ່ບັນລຸໄດ້ມາດຕະຖານສາກົນ.
(ແຫຼ່ງຄັດຈາກ VOV)