• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ນຳ​ຂັ້ນ​ສູງ ສ​ປ​ປ.ລາວ ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ທີ່ການຕ້ອນຮັບ, ການນຳຂັ້ນສູງລາວ ໄດ້ຢັ້ງຢືນຖືການພົວພັນ ລະຫວ່າງ ຫວຽດນາມ - ລາວ ເປັນສຳຄັນ, ເນັ້ນໜັກວ່າ ສອງຄະນະພົວພັນຕ່າງປະເທດຕ້ອງສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນປະສົບການ, ຮ່ວມມືຊ່ວຍເຫຼືອເຊິ່ງກັນແລະກັນ.
  ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໃຫ້ການຕ້ອນຮັບ ທ່ານ ເລຮ່ວາຍຈຸງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກຄອມມູນິດ ຫວຽດນາມ  

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ, ວັນທີ 22 ກຸມພາ, ທ່ານ ເລຮ່ວາຍຈຸງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກຄອມມູນິດ ຫວຽດນາມ ພ້ອມກັບຄະນະປະຕິບັດງານ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ, ທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ ແລະ ພົບປະເຈລະຈາ ກັບທ່ານທອງສະຫວັນ ພົມວິຫານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດ ລາວ.

ທີ່ການຕ້ອນຮັບ, ການນຳຂັ້ນສູງລາວ ໄດ້ຢັ້ງຢືນຖືການພົວພັນ ລະຫວ່າງ ຫວຽດນາມ - ລາວ ເປັນສຳຄັນ, ເນັ້ນໜັກວ່າ ສອງຄະນະພົວພັນຕ່າງປະເທດຕ້ອງສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນປະສົບການ, ຮ່ວມມືຊ່ວຍເຫຼືອເຊິ່ງກັນແລະກັນ, ປະກອບສ່ວນປະຕິບັດມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກ ແລະ ຂໍ້ຕົກລົງລະຫວ່າງການນຳຂັ້ນສູງສອງພັກ, ສອງລັດ ຢ່າງມີໄຊ.

ໃນການພົບປະເຈລະຈາ ກັບທ່ານ ທອງສະຫວັນ ພົມວິຫານ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດ ລາວ, ສອງຝ່າຍໄດ້ເນັ້ນໜັກເຖິງການປະຕິບັດໜ້າທີ່ເຊິ່ງການນຳສອງພັກມອບໝາຍໃຫ້ໃນການຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ, ເປັນຕົ້ນແມ່ນການແລກປ່ຽນຂໍ້ມູນຂ່າວສານ, ຕີລາຄາສະພາບການເພື່ອເສີມຂະຫຍາຍບົດບາດເປັນເສນາທິການຍຸດທະສາດ, ຕິດຕາມກວດກາຊຸກຍູ້ການປະຕິບັດຂໍ້ຕົກລົງລະຫວ່າງການນຳຂັ້ນສູງສອງພັກ, ສອງລັດ, ພ້ອມທັງສົມທົບກັນໃນການເປີດກວ້າງ ແລະ ຍົກສູງປະສິດທິຜົນການຮ່ວມມືລະຫວ່າງບັນດາຄະນະຂອງສອງພັກ.

 

(ແຫຼ່ງຄັດຈາກ VOV)

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ ພົບ​ປະ​ກັບ​ການ​ນຳຫຼາຍ​ປະ​ເທດ​ຢູ່ນອກກອງ​ປະ​ຊຸມ​ນ້ຳ​ສ​ປ​ຊ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ ພົບ​ປະ​ກັບ​ການ​ນຳຫຼາຍ​ປະ​ເທດ​ຢູ່ນອກກອງ​ປະ​ຊຸມ​ນ້ຳ​ສ​ປ​ຊ

ທີ່ການພົບປະກັບເຈົ້າຊີວິດ ໂຮນລັງ Willem Alexander Claus George Ferdinand, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າຫວັງວ່າ ພະບໍລົມວົງສານຸວົງ ແລະ ເຈົ້າຊີວິດເອງ ສືບຕໍ່ສະໜັບສະໜູນຍູ້ແຮງການພົວພັນສອງຝ່າຍຢ່າງຮອບດ້ານ.

Top