• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ນຳຫຼາຍ​ປະ​ເທດ​ສົ່ງ​ຈົດ​ໝາຍ ແລະ ໂທ​ລະ​ເລກອວຍ​ພອນ​ການ​ນຳ​ຂັ້ນ​ສູງ​ ຫວຽດ​ນາມ

ເນື່ອງໃນໂອກາດສະພາແຫ່ງຊາດເລືອກຕັ້ງຕຳແໜ່ງການນຳລັດ  ແລະ ສະພາແຫ່ງຊາດ, ການນຳຫຼາຍປະເທດໄດ້ສົ່ງຈົດໝາຍ ແລະ ໂທລະເລກອວຍພອນ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້, ທ່ານປະທານປະເທດ ຫງວຽນຊວັນຟຸກ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ (ແຕ່ຊ້າຍຫາຂວາຕາມລຳດັບ) (ພາບ: TTXVN)

ຈົດໝາຍ ແລະ ໂທລະເລກອວຍພອນມາຍັງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ລວມມີ: ທ່ານປະທານາທິບໍດີ ສິງກະໂປ Halimah Yacob ແລະ ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ; ທ່ານປະທານາທິບໍດີ ອິນເດຍ Ram Nath Kovind; ທ່ານປະທານາທິບໍດີ ອາເມລິກາ Joe Biden; ທ່ານປະທານາທິບໍດີ ສະຫະລັດ ອາຣັບ ເອມມີເລດ Khalifa bin Zayed Al Nahyan, ຮອງປະທານາທິບໍດີທັງເປັນນາຍົກລັດຖະມົນຕີ ສະຫະລັດ ອາຣັບ ເອມມີເລດ Mohammed bin Rashid Maktoum ແລະ ມົງກຸດລາຊະກຸມມານ ສະຫະລັດ ອາຣັບ ເອມມີເລດ Mohammed bin Zayed Al Nahyan; ທ່ານປະທານາທິບໍດີ ມົງໂກນ Khaltmaagiin Battulga; ທ່ານປະທານາທິບໍດີ ສາທາລະນະລັດ ນີກາຣາກວາ Daniel Ortega Saavedra ແລະ ຮອງປະທານາທິບໍດີ ນີກາຣາກວາ Rosario Murillo; ພະບາດສົມເດັດພະເຈົ້າມະຫາຊີວິດ ໂອມານ Haitham bin Tarik.

        ຈົດໝາຍ, ໂທລະເລກອວຍພອນທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໊ງ ລວມມີ: ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ; ທ່ານນາຍົກລັດຖະມົນຕີ ລາຊະອານາຈັກ ໄທ ປຣາຢຸດ  ຈັນໂອຊາ; ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi; ທ່ານນາຍົກລັດຖະມົນຕີ ສປປ.ເກົາຫຼີ Kim Tok – hun.

        ໂທລະເລກອວຍພອນທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ລວມມີ: ທ່ານ ປະທານສະພາຕ່ຳ ອິນເດຍ Om Birla; ທ່ານນາງປະທານສະພາສູງ ອີຕາລີ Maria Elisabetta Alberti Casellati; ທ່ານປະທານສະພາແຫ່ງຊາດ ມົງໂກນ Gombojav Zandanshatar ແລະ ທ່ານປະທານສະພາແຫ່ງຊາດ ປາແລັດສະຕິນ Saleem Al – Za’anoon.

 (ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top